ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ດີ່ງ ຕຽນ ຢຸງ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 11 ມີນານີ້ ທີ່ຫ້ອງຮັບແຂກສໍານັກງານນາຍົກລັດຖະມົນຕີ, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນດັ່ງກ່າວ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້  ຊຶ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນ ແລະ ການຮ່ວມມືທີ່ສະໜິດສະໜົມ, ສະແດງໃຫ້ເຫັນເຖິງຄວາມສໍາຄັນທີ່ພັກ, ລັດ ກໍຄືນະຄອນຫຼວງຮ່າໂນ້ຍ  ທີ່ມີຕໍ່ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນ ຮ່ວມມືລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ ໃຫ້ກ້າວເຂົ້າສູ່ລວງເລິກຂຶ້ນເລື້ອຍໆ.
ຈາກນັ້ນ, ທ່ານ ດີ່ງ ຕຽນ ຢຸງ ຕາງໜ້າຄະນະ ສະແດງຄວາມຂອບໃຈຕໍ່ທ່ານ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນຕໍ່ຄະນະໃນຄັ້ງນີ້ ແລະ ໂອກາດດັ່ງກ່າວ ກໍໄດ້ລາຍງານຈຸດປະສົງໃນການມາຢ້ຽມຢາມ ສປປ ລາວ ໃຫ້ ທ່ານນາຍົກໄດ້ຮັບຊາບອີກດ້ວຍ. 
(ຂ່າວ-ພາບ: ແສງຈັນ)