ສະຫາຍ ທອງລຸນ ສີສຸລິດ  ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງສະຫາຍ ດິ່ງ ຕຽນ ຢຸງ ກໍາ  ມະການກົມການເມືອງສູນກາງ ພັກ ເລຂາຄະນະພັກນະຄອນ ຫຼວງຮ່າໂນ້ຍ ສສ ຫວຽດນາມ ພ້ອມດ້ວຍຄະນະ, ໃນວັນທີ 12 ມີນານີ້ ທີ່ຫ້ອງວ່າການສູນກາງພັກ.
ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ ສະແດງຄວາມຕ້ອນຮັບຊົມ ເຊີຍ ແລະ ຕີລາຄາສູງຕໍ່ ສະຫາຍ ດິ່ງ ຕຽນ ຢຸງ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້  ຊຶ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນ ແລະ ການຮ່ວມມືທີ່ສະໜິດ ສະໜົມ ລະຫວ່າງ ນະຄອນ ຫຼວງວຽງຈັນ- ນະຄອນຫຼວງ ຮ່າໂນ້ຍ  ສະແດງໃຫ້ເຫັນເຖິງຄວາມສໍາຄັນທີ່ມີສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງ ພັກ - ລັດ ສອງປະເທດ ລາວ -ຫວຽດ ນາມ, ຫວຽດນາມ- ລາວ  ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ພ້ອມ ນັ້ນ ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ພັກ ແລະ ລັດຖະບານ ແຫ່ງ   ສສ ຫວຽດນາມ ທີ່ໄດ້ໃຫ້ການ ສະໜັບສະໜູນຊ່ວຍເຫຼືອລັດຖະບານ ແຫ່ງ ສປປ ລາວ  ຕະຫຼອດມາ.
ຈາກນັ້ນ, ສະຫາຍ ດິ່ງ ຕຽນ ຢຸງ ຕາງໜ້າຄະນະ ໄດ້ສະ ແດງຄວາມຂອບໃຈຕໍ່ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ໂອກາດດັ່ງກ່າວ ກໍໄດ້ລາຍງານຈຸດປະສົງໂດຍຫຍໍ້ໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ໃຫ້ ສະຫາຍເລຂາທິການໃຫຍ່ຮັບຊາບອີກດ້ວຍ. 
ຂ່າວ: ແສງຈັນ