ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບບັນດາທ່ານທູດ, ທູຕານຸທູດ ແລະ ຫົວໜ້າອົງການຈັດຕັ້ງສາກົນ ນໍາໂດຍ ທ່ານ ບັກໂຄເດັຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໃນຕອນບ່າຍວັນທີ 14 ມີນານີ້ ທີ່ ສຳນັກງານນາຍົກລັດຖະມົນຕີ ເນື່ອງໃນໂອກາດທີ່ບັນດາທ່ານດັ່ງກ່າວ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ ປະຈຳປີ 2023 ຈັດຂຶ້ນເມື່ອເດືອນກຸມພາຜ່ານມານີ້.
    ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຕ້ອນຮັບ, ຂອບໃຈ ແລະ ຊົມເຊີຍຜົນສຳເລັດຂອງກອງປະຊຸມໂຕະມົນ ປະຈຳປີ 2023 ທີ່ ຄະນະຜູ້ແທນໄດ້ຕັ້ງໜ້າປະກອບສ່ວນ ໃນການປະກອບຄຳຄິດ ຄຳເຫັນ ຕໍ່ກອງປະຊຸມຢ່າງຈິງໃຈ, ກົງໄປກົງມາ ແລະ ສ້າງສັນ ຕໍ່ບົດສະຫຼຸບການຈັດຕັ້ງປະຕິບັດກາງສະໄໝແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ຍຸດທະສາດການເງິນເພື່ອສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຂອບການຟື້ນຟູເສດຖະກິດຂອງ ສປປ ລາວ; ບົດລາຍງານແຫ່ງຊາດແບບສະໝັກໃຈ ຄັ້ງທີ III ແລະ ແຜນຍຸດທະສາດການຂ້າມຜ່ານອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນຂອງ ສປປ ລາວ (2022-2026 ແລະ ວິໄສທັດຮອດປີ 2030) ແລະ ທິດທາງໃນຕໍ່ໜ້າ ແລະ ການຮ່ວມມືເພື່ອການພັດທະນາ. 
    ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຂອບໃຈ ຕໍ່ກັບການສະໜັບສະໜູນ ແລະ ການຊ່ວຍເຫຼືອ ຂອງບັນດາຄູ່ຮ່ວມພັດທະນາ ອັນໄດ້ປະກອບສ່ວນສຳຄັນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະທີ່ຜ່ານມາ ແລະ ບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDGs), ການກະກຽມອອກຈາກສະຖານະພາບການດ້ອຍພັດທະນາ ຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ບັນດາຄູ່ຮ່ວມພັດທະນາ ຈະສືບຕໍ່ຢ່າງແຂງແຮງຕັ້ງໜ້າໃຫ້ການຮ່ວມມື ແລະ ໃຫ້ການຊ່ວຍເຫຼືອທາງການເພື່ອການພັດທະນາ ໃຫ້ແກ່ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງ ສອງປີ ທ້າຍສະໄໝ ແລະ ບັນລຸໄດ້ບັນດາເປົ້າໝາຍການພັດທະນາແບບຍືນຍົງ ຮອດ ປີ 2030. ການປະກອບສ່ວນດັ່ງກ່າວ ຂອງບັນດາຄູ່ຮ່ວມພັດທະນາ, ລັດຖະບານ ຖືເປັນປະໂຫຍດອັນສຳຄັນ ໃຫ້ແກ່ ສປປ ລາວ ເນື່ອງໃນໂອກາດ ແລະ ທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ກຳລັງອອກແຮງແຂ່ງຂັນ ໃນການຈັດຕັ້ງມະຕິຂອງສະພາແຫ່ງຊາດ, ສືບຕໍ່ປະຕິບັດວາລະແຫ່ງຊາດ ກໍຄືການເປັນປະທານ ອາຊຽນຂອງ ສປປ ລາວ ໃນປີ 2024 ນີ້.
    ທ່ານ ບັກໂຄເດັຍ ເບີຄະນ໋ອຟ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ໄດ້ກ່າວລາຍງານບັນດາປະເດັນຕ່າງໆ ທີ່ເປັນຫົວຂໍ້ສົນທະນາໃນກອງປະຊຸມໂຕະມົນ ປີ 2023 ໂດຍສະເພາະແມ່ນສະພາບເສດຖະກິດ ແລະ ທິດທາງການເຕີບໂຕເພື່ອຄວາມຍືນຍົງ ແລະ ສີຂຽວ; ຊັບພະຍາກອນມະນຸດ ເພື່ອພັດທພນາແບບຍືນຍົງ ຊຶ່ງລວມມີທັງສິ່ງທ້າທາຍ ແລະ ທິດທາງແຜນການສະເພາະໜ້າ, ແຜນໄລຍະຍາວ.    ກົນໄກຂະບວນການໂຕະມົນ, ກອງປະຊຸມໂຕະມົນປະຈຳປີ, ກອງປະຊຸມໂຕະມົນລະດັບສູງ ແມ່ນກົນໄກທີ່ສຳຄັນ ຊື່ງເປັນເວທີ ໃນການປືກສາຫາລື ລະຫວ່າງ ລັດຖະບານ ແລະ ຄູ່ຮ່ວມພັດທະນາ ກ່ຽວກັບ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນແຕ່ລະໄລຍະ ຊຶ່ງໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ກໍໄດ້ກ່າວສະແດງຄວາມຫວັງຢ່າງຍິ່ງວ່າ ອົງການສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມພັດທະນາ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນຂະບວນການໂຕະມົນດັ່ງກ່າວ.
(ຂ່າວ-ພາບ: ສຸກສະຫວັນ)