ເພື່ອເປັນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ (5 ເມສາ 1961 ຫາ 5 ເມສາ 2024), ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີແຂ່ງຂັນກິລາຍິງປືນ ຊີງຂັນທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຂຶ້ນໃນວັນທີ 23 ມີນາ ຜ່ານມາ ທີ່ສະໜາມກິລາຍິງປືນ 5 ເມສານະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມພິທີຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ບັນດາການນໍາຂັ້ນສູງອ້ອມຂ້າງສູນກາງ, ຄະນະນຳກະຊວງປ້ອງກັນຄວາມສະຫງົບ, ພະນັກງານອາວຸໂສບຳນານ, ນາຍ ແລະ ພົນຕຳຫຼວດ, ແຂກຮັບເຊີນ ແລະ ຄະນະຮັບຜິດຊອບຈັດການແຂ່ງຂັນກິລາ ເຂົ້າຮ່ວມ.
ທ່ານ ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ຮູ້ວ່າ: ການແຂ່ງຂັນກິລາຍິງປືນຊີງຂັນທ່ານ ນາຍົກລັດຖະມົນຕີ ຄັ້ງນີ້ ເປັນການສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 63 ປີ ແລະ ວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ໃຫ້ມີຄວາມໝາຍສຳຄັນ, ເລິກເຊິ່ງ ແລະ ໃຫ້ເປັນຂະບວນການຟົດຟື້ນ ໂດຍສະເພາະ ເປັນການຝຶກດ້ານເຕັກນິກ ແລະ ທັກສະຕ່າງໆ ກ່ຽວກັບການນຳໃຊ້ປືນ ໃຫ້ມີຄວາມສໍານິຊຳນານ. ພ້ອມນັ້ນ, ກໍເປັນການຮັດແໜ້ນຄວາມສາມັກຄີພາຍໃນ ກຳລັງປ້ອງກັນຄວາມສະຫງົບ, ລວມທັງ ກຳລັງປ້ອງກັນຄວາມສະຫງົບ ກັບບັນດາອົງການຈັດຕັ້ງຂອງພັກ ແລະ ລັດ ອ້ອມຂ້າງສູນກາງ ຕະຫຼອດຮອດພາກທຸລະກິດທີ່ກ່ຽວຂ້ອງ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.
ການແຂ່ງຂັນກິລາຍິງປືນຄັ້ງນີ້, ປະກອບມີ 6 ສາຍ ຄື:ສາຍການນຳຂັ້ນສູງພັກ-ລັດອ້ອມຂ້າງສູນກາງ, ສາຍການນຳກະຊວງປ້ອງກັນຄວາມສະຫງົບ, ສາຍກົມກອງອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບ, ສາຍອະດີດການນຳປະຕິວັດ, ສາຍຊາຍທົ່ວໄປ ແລະສາຍຍິງທົ່ວໄປ. 
ສຳລັບຜົນຂອງການແຂ່ງຂັນ: ສາຍການນຳຂັ້ນສູງພັກ-ລັດອ້ອມຂ້າງສູນກາງລາງວັນທີ 1 ແມ່ນທ່ານ ໄກ່ສັກສີ ບົວໃບອ່ອນ ທີ່ປຶກສາບໍລິສັດ IHC, ລາງວັນທີ 2 ແມ່ນທ່ານ ພອນສອນ ວິໄລເມັ້ງ ຮອງປະທານຄະນະບໍລິຫານສູນກາງກຳມະບານລາວ, ລາງວັນທີ 3 ແມ່ນທ່ານ ລາວປ່າວຊົງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ສາຍການນຳກະຊວງປ້ອງກັນຄວາມສະຫງົບ ລາງວັນທີ 1 ແມ່ນທ່ານ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ, ລາງວັນທີ 2 ແມ່ນທ່ານ ພົຈວ ພອນໄຊ ຍົດສົມບັດ ຮອງຫົວໜ້າຫ້ອງວ່າການກະຊວງ, ລາງວັນທີ 3 ແມ່ນທ່ານ ພົຈວ ກອງສະຫວັດ ບຸນລ້ຽງ ຮອງຫົວໜ້າກົມໃຫຍ່ 502; ສາຍກົມກອງອ້ອມຂ້າງກະຊວງ ປກສ, ລາງວັນທີ 1 ແມ່ນທ່ານ ພັອ ອັດສະຈັນ ວົງສາລາດ ຈາກກົມ 509, ລາງວັນທີ 2 ແມ່ນທ່ານ ພັອ ພູພອນ ວົງພະໄຕ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ລາງວັນທີ 3 ແມ່ນທ່ານ ພັອ ລິນທອງ ແກ້ວປະພັນ ຮອງຜູ້ອຳນວຍການວິທະຍາຄານສັນຕິບານປະຊາຊົນ (ວສປ); ສາຍອະດີດການນຳປະຕິວັດ ລາງວັນທີ 1 ແມ່ນທ່ານ ພົຕ ສົມຫວັງ ທໍາມະສິດ ອະດີດຮອງລັດຖະມົນຕີກະຊວງ ປກສ, ລາງວັນທີ 2 ແມ່ນທ່ານ ພັອ ລໍາພຽງ ພົມມະກອງ ອະດີດຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ, ລາງວັນທີ 3 ແມ່ນທ່ານ ພັອ ບຸນພາ ນັນທະວົງ ອະດີດຫົວໜ້າຄຸ້ມຄອງທຸລະກິດ, ກົມໃຫຍ່ຕໍາຫຼວດ; ສາຍຊາຍທົ່ວໄປ ລາງວັນທີ 1 ແມ່ນທ່ານ ພັຕ ສົມໄຊ ສົມພູວັນ ຈາກກົມ 504, ລາງວັນທີ 2 ແມ່ນທ່ານ ຮອ ໂຍວາທີ ສີສົມບັດ ຈາກ ວສປ, ລາງວັນທີ 3 ແມ່ນທ່ານ ອາພາຍະກອນ ແກ້ວໄຊຍະຈັກ ແລະ ສາຍຍິງທົ່ວໄປ ລາງວັນທີ 1 ແມ່ນ ພັຕ ນາງ ສຸກສາຄອນ ລາດຊະວົງ ຈາກກົມ 504, ທີ 2 ແມ່ນທ່ານ ວທ ນາງ ສາຍຝົນ ຈາກ ວສປ, ທີ 3 ແມ່ນທ່ານ ຮທ ນາງ ວຽງສະຫວັນ ພົມມະກອງ ຈາກກົມ 501.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ