ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງ ສະໜາມບິນສາກົນ ນະຄອນຫຼວງວຽງຈັນ ສປປ ລາວ ໃນຕອນເຊົ້າວັນທີ 25 ມີນານີ້ ຊຶ່ງມີ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນນາມລັດຖະມົນຕີກຽດຕິຍົດ ໃຫ້ການຕ້ອນຮັບໃນການມາເຖິງ ສປປ ລາວ ຄັ້ງນີ້.
      ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ຈະມາເຄື່ອນໄຫວຢູ່ ສປປ ລາວ ເປັນເວລາ 2 ວັນ, ລະຫວ່າງວັນທີ 25-26 ມີນາ 2024 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ກຳປູເຈຍ. ຕະຫຼອດໄລຍະຜ່ານມາ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ລາວ-ກໍາປູເຈຍ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ, ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ໄດ້ຮັບການເພີ່ມທະວີນັບມື້ນັບສູງຂຶ້ນ, ການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ ກໍາລັງໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ.
      ການພົວພັນ ລາວ-ກໍາປູເຈຍ ບໍ່ວ່າຈະຢູ່ໃນໄລຍະການປະຕິວັດປົດປ່ອຍຊາດ ໃນເມື່ອກ່ອນ ກໍຄືໄລຍະການປົກ​ປັກ​ຮັກ​ສາ ແລະ ການພັດທະນາສ້າງສາປະເທດຊາດ, ລັດຖະບານ ແລະ ປະຊາຊົນສອງຊາດ ຕ່າງກໍໄດ້ມີຄວາມຜູກພັນຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນຍາວນານ ໃນປະຫວັດສາດ, ຍາມໃດກໍຖືສໍາຄັນ ແລະ ຮ່ວມກັບ ປະຊາຊົນ ກຳປູເຈຍ ຖະນຸຖະໜອມ ສາຍພົວພັນ ອັນມີມູນເຊື້ອປະຫວັດສາດຍາວນານນີ້ຕະຫຼອດມາ ແລະ ຕະຫຼອດໄປ ຊຶ່ງສອງປະເທດໄດ້ສ້າງສາຍພົວພັນການທູດ ໃນວັນທີ 15/6/1956 ແລະ ຍົກລະດັບ ການພົວພັນຮ່ວມມືຂຶ້ນ ເປັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານໃນປີ 2019.
(ຂ່າວ-ພາບ: ສຸກສະຫວັນ)