ພິທີຕ້ອນຮັບ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນບ່າຍວັນທີ 25 ມີນານີ້ ທີ່ສຳນັກງານນາຍົກລັດຖະມົນຕີ ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະໃຫ້ການຕ້ອນຮັບ
    ເມື່ອ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເດີນທາງມາເຖິງ ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ໄດ້ສຳຜັດມືຶ ແລະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໃຫ້ເຍົາວະຊົນລາວ ມອບຊໍ່ດອກໄມ້ໃຫ້. ຈາກນັ້ນ, ສອງນາຍົກລັດຖະມັນຕີ ຂອງສອງປະເທດ ກໍໄດ້ກ້າວຂຶ້ນຢືນຢູ່ແທ່ນກຽດຕິຍົດ ແລະ ການເຄົາລົບທຸງຊາດ ໂດຍກອງດຸລິຍາງ ເລີ່ມບັນເລງເພງຊາດກຳປູເຈຍ ແລະ ຕາມດ້ວຍເພງຊາດລາວ ຕາມລໍາດັບ.
    ຫຼັງຈາກນັ້ນ, ຜູ້ບັນຊາການກອງກຽດຕິຍົດ ກໍໄດ້ເຂົ້າລາຍງານ ແລະ ຮຽນເຊີນ ກວດແຖວກອງກຽດຕິຍົດ ໂດຍແມ່ນ ທ່ານ ສອນໄຊ ສີພັນດອນ ນໍາພາ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ລົງຈາກແທ່ນກຽດຕິຍົດ ເພື່ອກວດແຖວກອງກຽດຕິຍົດ. 
    ສິ້ນສຸດການກວດແຖວ, ສອງນາຍົກລັດຖະມົນຕີ ກໍໄດ້ຜັດປ່ຽນກັນ ນໍາພາ ທັກທາຍກັບຄະນະທາງການຂອງຝ່າຍຕົນ  ຈາກນັ້ນ, ສອງຝ່າຍ ກໍກ້າວເຂົ້າສູ່ພິທີ ພົບປະຢ່າງເປັນທາງການ ເພື່ອຮັດແໜ້ນແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ກຳປູເຈຍ.
(ຂ່າວ-ພາບ: ສຸກສະຫວັນ)