ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ກິມຊອງນາມກຳມະການສໍາຮອງກົມການເມືອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກແຮງງານເກົາຫຼີ ພ້ອມດ້ວຍຄະນະ ໃນຕອນບ່າຍວັນທີ 29 ມີນາ ນີ້ ທີ່ສໍານັກງານຫ້ອງວ່າການສູນກາງພັກໃນໂອກາດທີ່ຄະນະດັ່ງກ່າວ ເດີນທາງມາຢ້ຽມຢາມ  ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 28-31 ມີນາ 2024.
    ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ຢ່າງອົບອຸ່ນ ຕໍ່ການມາຢ້ຽມຢາມ ສປປ ລາວ ຂອງ ຄະນະຜູ້ແທນຂັ້ນສູງພັກແຮງງານເກົາຫຼີ ໃນຄັ້ງນີ້ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ສປປ ລາວ-ສປປ ເກົາຫຼີ. ຂະນະທີ່, ສະຫາຍ ກິມຊອງນາມ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນຂອງ ສະຫາຍ ກິມເຈິງອູນເລຂາທິການໃຫຍ່ ພັກແຮງງານເກົາຫຼີ ມາຍັງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກ ປປ ລາວແລະ ການນຳຂັ້ນສູງພັກ-ລັດລາວ.
    ໃນໂອກາດນີ້, ສອງຝ່າຍໄດ້ຕີລາຄາສູງ ຕໍ່ອຸດົມການ ແລະ ການພົວພັນຮ່ວມມືຂອງສອງພັກ, ສອງລັດ ທີ່ໄດ້ຜ່ານແປວໄຟປະຕິວັດ ແລະ ການທົດສອບນານາປະການ ໃນໄລຍະ 50 ປີຜ່ານມາຊຶ່ງປີນີ້ ແມ່ນຄົບຮອບ 50 ປີ ແຫ່ງການພົວພັນການທູດຂອງສອງປະເທດ, ສອງຝ່າຍຍິນດີສືບຕໍ່ເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃນໄລຍະໃໝ່ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ ປະຊາຊົນ ສອງຊາດ ລາວ-ສປປ ເກົາຫຼີ ໃຫ້ນັບມື້ຫຼາຍຂຶ້ນ.
(ຂ່າວ-ພາບ: ສຸກສະຫວັນ)