ມາທ່ຽວລາວເປັນຄັ້ງທຳອິດ, ດີໃຈທີ່ສຸດ; ທາງລົດໄຟ ລາວ-ຈີນ ໄດ້ເປີດນຳໃຊ້ ເປັນເວລາດົນນານພໍສົມຄວນ, ພວກເຮົາຢາກມາທ່ຽວລາວເປັນຢ່າງຍິ່ງ.” ຂະບວນລົດໄຟທ່ອງທ່ຽວຂ້າມຊາດ ລະຫວ່າງ ນະຄອນຫຼວງປັກກິ່ງ ຫາ ນະຄອນຫຼວງວຽງຈັນ ຖ້ຽວທຳອິດໃນປີ 2024 ໄດ້ອອກເດີນທາງຈາກນະຄອນຫຼວງປັກກິ່ງ ໃນວັນທີ 18 ມີນາ ຜ່ານມາ, ພາຍຫຼັງໄດ້ລົງຈອດຢູ່ແຫຼ່ງທ່ອງທ່ຽວນະຄອນຈ່າງເຈ່ຍເຈ້ຍ (Zhangjiajie) ແລະ ນະຄອນຄຸນໝິງ (Kunming) ແລ້ວ ກໍໄດ້ເດີນທາງໄປເຖິງປະເທດລາວ ໃນວັນທີ 22 ມີນາ ຜ່ານມາ. ນັກທ່ອງທ່ຽວທັງຫຼາຍ ເວົ້າດ້ວຍຄວາມດີໃຈວ່າ, ພວກເຮົາຢາກຊອກຮູ້ປະຫວັດສາດ ແລະ ວັດທະນະທຳຂອງປະເທດລາວ, ຊິມອາຫານທີ່ແຊບຊ້ອຍຂອງປະເທດລາວ, ພວກເຮົາໄດ້ສະໝັກກຸ່ມທ່ອງທ່ຽວ ຕັ້ງແຕ່ຫາກໍເປີດຮັບນັກທ່ອງທ່ຽວ.
ນີ້ໄດ້ສ່ອງແສງໃຫ້ເຫັນເຖິງສະພາບການຂົນສົ່ງຜູ້ໂດຍສານ ຕາມທາງລົດໄຟ ລາວ-ຈີນ ທີ່ມີການການເຕີບໂຕເປັນ 6 ເດືອນຕິດຕໍ່ກັນ ນັບແຕ່ເດືອນກັນຍາປີ 2023 ເປັນຕົ້ນມາ. ໃນ 6 ເດືອນຜ່ານມາ, ຈຳນວນຂົນສົ່ງຜູ້ໂດຍສານຕາມທາງລົດໄຟ ລາວ-ຈີນ ໄດ້ເຕີບໂຕຢ່າງຕໍ່ເນື່ອງ ແລະ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ ຫຼາຍກວ່າ 5 ລ້ານເທື່ອຄົນ ນັບແຕ່ຕົ້ນປີນີ້ເປັນຕົ້ນມາ.
ໃນຂະນະດຽວກັນ, ການຂົນສົ່ງສິນຄ້າ ຕາມທາງລົດໄຟ ລາວ-ຈີນ ກໍໄດ້ເພີ່ມຂຶ້ນຢ່າງໜັກແໜ້ນ. ມາຮອດວັນທີ 19 ມີນາຜ່ານມາ, ຂະບວນລົດໄຟ ຂົນສົ່ງສິນຄ້າສາກົນ ຕາມທາງລົດໄຟ ລາວ-ຈີນ ໄດ້ມີຫຼາຍກວ່າ 9.000 ຖ້ຽວ, ໄດ້ຂົນສົ່ງສິນຄ້າທັງໝົດ 7,95 ລ້ານໂຕນ. ຂະບວນລົດໄຟນະຄອນຊຽງໄຮ້ ຫາແຂວງຢຸນນານ + ຂະບວນລົດໄຟແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ຂະບວນລົດໄຟ ລາວ-ຈີນ + ຂະບວນລົດໄຟຈີນ-ເອີຣົບ ເປັນຕົ້ນ ໄດ້ມີຫຼາຍກວ່າ 984 ຖ້ຽວ. ໃນນັ້ນ, ຮູບແບບການຂົນສົ່ງສາກົນໃໝ່ ຂະບວນລົດໄຟ ລາວ-ຈີນ + ຂະບວນລົດໄຟຈີນ-ເອີຣົບ ໄດ້ເຮັດໃຫ້ເວລາຂົນສົ່ງສິນຄ້າຈາກລາວ ແລະ ໄທ ໄປຫາ ເອີຣົບໄດ້ຫຼຸດລົງເຫຼືອພຽງ 15 ວັນເທົ່ານັ້ນ.
ພາຍໃຕ້ແຮງຍູ້ໜູນຂອງທາງລົດໄຟ ລາວ-ຈີນ, ການກໍ່ສ້າງຊ່ອງທາງຂົນສົ່ງທາງບົກ ທາງທະເລສາກົນຂອງແຂວງຢຸນນານ ທີ່ອວ່າຍໜ້າໄປສູ່ມະຫາສະໝຸດອິນເດຍ ໄດ້ປະສົບຜົນສຳເລັດໃໝ່. ນັບລວມແລ້ວ, ໄດ້ຫຼຸດຕົ້ນທຶນດ້ານການຈໍລະຈອນສິນຄ້າ ໃຫ້ແກ່ວິສາຫະກິດຕ່າງໆ ຫຼາຍກວ່າ 900 ລ້ານຢວນ.
ແຫຼ່ງຂ່າວ: ໜັງສືພິມລາຍ ວັນຢຸນານ, ເວັບໄຊ CCTV ບັນນາທິການ: Yang Chunmei