ໂຄງການຊ່ວຍເຫຼືອທາງດ້ານວິຊາການ ໃຫ້ແກ່ອົງການກວດສອບແຫ່ງລັດ ພາຍໃຕ້ໂຄງການ ການສ້າງຄວາມເຂັ້ມແຂງຄວາມອາດສາມາດ ໃນການຈັດຊື້ ແລະ ການຄຸ້ມຄອງການເງິນ ເພື່ອຮັບໃຊ້ສາທາລະນະ ທີ່ສະໜັບສະໜູນໂດຍທະນາຄານພັດທະນາອາຊີ (ADB) ຊຶ່ງໄດ້ຮັບທຶນປະກອບສ່ວນຈາກ ກອງທຶນຊ່ວຍເຫຼືອຈາກອົງການສາກົນປະເທດສະຫະລັດອາເມຣິກາ (USAID) ຊຶ່ງໂຄງການນີ້ຈະໃຫ້ທຶນແກ່ອົງການກວດສອບແຫ່ງລັດ ມູນຄ່າ 1 ລ້ານໂດລາ ໃນໄລຍະເວລາ 4 ປີ (2024-2027).
    ພິທີເປີດໂຄງການຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 1 ເມສາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ບຸນເລີດ ເທບວົງສາຮອງປະທານອົງການກວດສອບແຫ່ງລັດເປັນປະທານ, ທ່ານ ໄມເຄິລ ຣອນນິ້ງຜູ້ຕາງໜ້າຂອງອົງການ USAID ປະຈໍາ ສປປ ລາວ ແລະ ທ່ານ ນາງ ໂຊໂນມິ ທະນາກະຫົວໜ້າສໍານັກງານທະນາຄານພັດທະນາອາຊີປະຈໍາ ສປປ ລາວ ຊຶ່ງມີພາກສ່ວນທີ່ກ່ຽວຂ້ອງຈາກ ກະຊວງແຜນການ ແລະ ລົງທຶນ, ກະຊວງການເງິນ, ບັນດາຄູ່ຮ່ວມພັດທະນາ ແລະ ພະນັກງານພາຍໃນອົງການກວດສອບແຫ່ງລັດ ເຂົ້າຮ່ວມ.
    ທ່ານ ບຸນເລີດ ເທບວົງສາ ໄດ້ສະແດງຄວາມຍິນດີ ແລະ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ທະນາຄານພັດທະນາອາຊີປະຈໍາ ສປປ ລາວ ແລະ ຜູ້ຕາງໜ້າຂອງອົງການເພື່ອການພັດທະນາສາກົນ ປະເທດສະຫະລັດອາເມຣິກາປະຈໍາ ສປປ ລາວ ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວຢ່າງຫ້າວຫັນໃນການປະກອບສ່ວນພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ໃນຫຼາຍຂົງເຂດ ໂດຍເຫັນໄດ້ບົດບາດຄວາມສໍາຄັນຂອງວຽກງານການກວດສອບແຫ່ງລັດ ໃນການປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. 
ກິດຈະກໍາຂອງໂຄງການຊ່ວຍເຫຼືອທາງດ້ານວິຊາການນີ້,ຈະສະໜັບສະໜູນແກ່ອົງການກວດສອບແຫ່ງລັດ ເລີ່ມແຕ່ປີ 2024 ຫາ ປີ 2027 ຈະໄດ້ລົງເລິກ 5 ກິດຈະກໍາໃຫຍ່ເຊັ່ນ: 1) ການສ້າງ ແລະ ປັບປຸງປຶ້ມຄູ່ມືການກວດສອບ, (2) ພັດທະນາຂີດຄວາມສາມາດ ໃຫ້ສະຖາບັນຄົ້ນຄວ້າ ແລະຝຶກອົບຮົມການກວດສອບ, (3) ການພັດທະນາຫຼັກສູດ ຂັ້ນຂອງນັກກວດສອບແຫ່ງລັດ ໃຫ້ແກ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມການກວດສອບ, (4)ຈັດຊື້ບັນດາອຸປະກອນ ຮັບໃຊ້ວຽກງານການກວດສອບແລະ (5) ສະໜັບສະໜູນ ໃນການກະກຽມແຜນຍຸດທະສາດ ຂອງອົງການກວດສອບແຫ່ງລັດ ປີ 2026-2030.
(ຂ່າວ-ພາບ: ສຸກສະຫວັນ)