ເມື່ອບໍ່ດົນມານີ້ ຢູ່ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ແຂວງຫຼວງນໍ້າທາ, ຄະນະພະແນກການຄ້າ,ພະແນກກະສິກຳ ແລະ ຊົນນະບົດ ແຂວງ ກຸຍໂຈ ສປຈີນ ນຳໂດຍ ທ່ານ ຫວງຊຽນສື ຮອງປະທານກວດກາ ພະແນກການຄ້າແຂວງກຸຍໂຈ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກ ກະສິກຳ ແລະ ປ່າໄມ້, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງນ້ຳທາ ສປປ ລາວ ນໍາໂດຍທ່ານ ພີມແກ້ວ ທຳລະສີນ ຫົວໜ້າພະແນກ ກະສີກຳ ແລະ ປ່າໄມ້ ແຂວງ, ທ່ານ ຄໍາລາ ຂານສະຫງ່າ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າແຂວງຫຼວງນ້ຳທາ ພ້ອມຄະນະໃຫ້ການຕ້ອນຮັບດ້ວຍຄວາມອົບອຸ່ນ.  
      ການມາຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ເປັນການເລີ່ມການຮ່ວມມືແລກປ່ຽນບົດຮຽນຊິ່ງກັນ ແລະ ກັນທາງດ້ານວິຊາການ ເນື່ອງຈາກວ່າເປັນແຂວງແຮກສ່ຽວ. ໂອກາດນີ້, ທັງສອງຝ່າຍກໍໄດ້ລາຍງານສະພາບຈຸດພິເສດຂອງແຂວງຕົນໃຫ້ກັນ ແລະ ກັນໄດ້ຮັບຊນບ. ພ້ອມນີ້ ທັງສອງຝ່າຍກໍ່ໄດ້ປືກສາຫາລືແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ໃນການສົ່ງເສີມທາງດ້ານການຄ້າ, ການລົງທືນ, ການປູກຝັງ-ລ້ຽງສັດ ແລະ ທ່ານ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນ້ຳທາ ກໍໄດ້ສະເໜີໃຫ້ຝ່າຍຈີນກໍຄືແຂວງກຸຍໂຈ ໃຫ້ຊ່ວຍເຫຼືອທາງດ້ານ ການຮ່ວມມືເສດຖະກິດການຄ້າ - ການລົງທືນ, ຮ່ວມມືດ້ານການທ່ອງທ່ຽວ, ການສົ່ງເສີມການຜະລິດເປັນສີນຄ້າ ແລະ ການສົ່ງອອກໃຫ້ນັບມື້ນັບດີຂຶ້ນ.
      ໂອກາດນີ້, ທັງສອງຝ່າຍກໍໄດ້ຢ້ຽມຊົມໂຄງການຮ່ວມມື ທົດລອງປູກໝາກເຜັດຄຸນນະພາບດີ ແນວພັນຈາກ ສປ ຈີນ ລະຫວ່າງພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນ້ຳທາ ແລະ ບໍລິສັດອານກວ້າງຕ່ອງໂສ້ການສະໜອງສາກົນ ຈຳກັດ ແຂວງກຸຍໂຈ ຈຳນວນ 4 ເຮັກຕາ ຢູ່ບ້ານນາລື ເມືອງຫຼວງນໍ້າທາ ຕື່ມອີກ.
(ຂ່າວ: ມຸນຕີ)