ເນື່ອງໃນໂອກາດຕ້ອນຮັບປີໃໝ່ລາວທີ່ຈະໝູນວຽນມາເຖິງນີ້, ສໍານັກຂ່າວສານຊິນຮວາ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ  ໄດ້ນໍາກະຕ່າຂອງຂວັນມາອວຍພອນປີໃໝ່ລາວ ພ.ສ 2567 ໃຫ້ສໍານັກງານໜັງສືພິມປະຊາຊົນ ໃນວັນທີ 2 ເມສາ 2024 ທີ່ສໍານັກງານໜັງສືພິມປະຊາຊົນຊຶ່ງມອບໂດຍທ່ານ ຈ້າວຊູ່ ( Zhao Xu)ຫົວໜ້າສໍານັກຂ່າວສານຊິນຮວາ ປະຈໍາ ສປປ ລາວ  ແລະ ຮັບໂດຍ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ.
    ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິນຍານ ກໍໄດ້ສະແດງຄວາມຂອບໃຈມາຍັງທ່ານ ຈ້າວຊູ່ ທີ່ໄດ້ນໍາເອົາກະຕ່າຂອງຂັວນມາມອບໃຫ້ ແລະ ອວຍພອນໃຫ້ທ່ານພ້ອມດ້ວຍພະນັກງານ ຂ່າວສານຊິນຮວາ ປະຈໍາ ລາວ ທຸກຄົນຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນໜ້າທີ່ຂອງຕົນ. ພ້ອມນີ້ ທ່ານ ຈ້າວຊູ່ ກໍໄດ້ອວຍພອນໃຫ້ພະນັກງານໜັງສືພິມປະຊາຊົນຈົ່ງມີສຸຂະພາບເຂັ້ມແຂງ ປະສົບຜົນສໍາເລັດໃນໜ້າທີ່ການງານ, ມີຄວາມຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ. 
ຂ່າວ-ພາບ: ຍຸພິນທອງ