ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຈ ລີ (Mr. ZHOU LI) ຜູ້ບໍລິຫານລະດັບສູງຂອງໜັງສືພິມ China Daily ໃນວັນທີ 2 ເມສາ ນີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ.
ໃນໂອກາດດັ່ງກ່າວ, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ທ່ານ ໂຈ ລີ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຊຶ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດລາວ - ສປ ຈີນ ກໍຄື ປະຊາຊົນ 2 ປະເທດ ເວົ້າລວມ, ເວົ້າສະເພາະການພົວພັນຮ່ວມມືດ້ານວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ໜັງສືພິມ China Daily - ໜັງສືພິມປະຊາຊົນ ຂອງສອງພັກ, ສອງລັດ, ປະຊາຊົນທັງສອງປະເທດ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.
ໂອກາດດຽວກັນ, ທ່ານ ໂຈ ລີ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານ ໃນໄລຍະຜ່ານມາໂດຍຫຍໍ້ ໃຫ້ກັບ ທ່ານ ຄໍາພັນ ເຜີຍຍະວົງ ໄດ້ຮັບຊາບ. ພ້ອມດຽວກັນນັ້ນ, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ສະແດງຄວາມຊົມເຊີຍ ຕໍ່ກັບການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ໃນໜ້າໜັງສືພິມ China Daily ກ່ຽວກັບປະເທດລາວ ຊຶ່ງເປັນການປະກອບສ່ວນທີ່ສໍາຄັນໃຫ້ແກ່ ປະຊາຊົນ 2 ຊາດ ລາວ-ຈີນ, ຈີນ-ລາວ, ອັນໄດ້ເຮັດໃຫ້ທົ່ວໂລກ ໄດ້ຮູ້ຈັກກັບປະເທດລາວຫຼາຍຂຶ້ນ.
ໂອກາດນີ້, ທ່ານ ໂຈ ລີ ຕາງໜ້າໃຫ້ກັບຄະນະ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຕໍ່ ທ່ານ ຄໍາພັນ ເຜີຍຍະວົງ ແລະ ພ້ອມທັງລາຍງານເຖິງຈຸດປະສົງ ຂອງການມາໃນຄັ້ງນີ້ ໃຫ້ຊາບວ່າ: ເພື່ອຢາກມາຊອກຮູ້ກ່ຽວກັບປະເທດລາວໃຫ້ຫຼາຍຂຶ້ນ ໂດຍສະເພາະພາຍຫຼັງເປີດການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເນື່ອງຈາກວ່າ ສື່ China Daily ເປັນສື່ໂຄສະນາຫຼັກ ແລະ ເປັນໜັງສືພິມພາສາອັງກິດອັນດັບໜຶ່ງຂອງປະເທດຈີນ ແລະ ໃນອະນາຄົດ ໜັງສືພິມ China Daily ແມ່ນມີຄວາມຍິນດີຈະຮ່ວມມືດ້ານຂໍ້ມູນຂ່າວສານ ແລະ ດ້ານອື່ນໆ ນໍາຄະນະໂຄສະນາອົບຮົມສູນກາງພັກອີກດ້ວຍ.
(ຂ່າວ-ພາບ: ແສງຈັນ)