ໃນວັນທີ 2ເມສານີ້, ສູນຝຶກອົບຮົມ ກອງພົນທີ 3 ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມເອກະສານຂອງພັກ ໃນການດໍາເນີດຊີວິດການເມືອງຮັບປະກັນໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກທົ່ວກອງທັບ ຂຶ້ນຢູ່ທີ່ ສະໂມສອນຂອງກອງພົນທີ 3 ໂດຍການເປັນປະທານຂອງສະຫາຍພັນໂທ ບຸນເສິດ ໂຕນສັນໄຊ ເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ 3, ມີສະຫາຍ ພັນໂທ ທອງຄໍາ ວົງນະຄອນ ຄະນະປະຈໍາພັກສູນຝຶກອົບຮົມ ປະທານກວດກາ ຫົວໜ້າພະແນກການເມືອງສູນຝຶກອົບຮົມ ຕະຫຼອດຮອດພະນັກງານ-ສະມາຊິກພັກທົ່ວສູນຝຶກເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນເສິດ ໂຕນສັນໄຊ ແລະ ສະຫາຍ ພັນໂທ ທອງຄໍາ ວົງນະຄອນ ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ເອກະສານຂອງພັກ ປະກອບມີ 4 ບົດ ຄື: ເອກະສານຕັ້ງໜ້າຝຶກຝົນຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເອກະສານຍົກສູງຄວາມສາມາດນໍາພາ, ຄວາມເປັນແບບຢ່າງຂອງພັກ, ເອກະສານເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ-ສະມາຊິກພັກ ແລະ ເອກະສານຄວາມເຂົ້າໃຈກ່ຽວກັບການດໍາເນີນກອງປະຊຸມ 3 ຂັ້ນຂອງພັກ.
ໂອກາດດັ່ງກ່າວ, ສະຫາຍ ພັນໂທ ບຸນເສິດ ໂຕນສັນໄຊ ໄດ້ເນັ້ນໜັກຫຼາຍບັນຫາທີ່ສໍາຄັນພ້ອມທັງ ຮຽກຮ້ອງໃຫ້ຄະນະພັກຮາກຖານ, ຄະນະໜ່ວຍພັກແຕ່ລະຂັ້ນໃຫ້ຍົກສູງພາລະບົດບາດໃນການ ຊີ້ນໍາ-ນໍາພາແຕ່ລະຂົງເຂດວຽກງານຂອງຕົນ, ເອົາໃຈໃສ່ເຊື່ອມຊືມກຳແໜ້ນເນື້ອໃນຂອງເອກະສານແຕ່ລະບົດນຳໄປຈັດຕັ້ງເຜີຍແຜ່ເຊື່ອມຊືມ ແລະ ຈັດຕັ້ງປະຕິບັດຢູ່ຮາກຖານພັກໃຫ້ຖືກຕ້ອງຕາມເນື້ອໃນ, ຖືກຕ້ອງຕາມກົດລະບຽບຫຼັກການຂອງພັກ, ເພື່ອເຮັດໃຫ້ໜ່ວຍພັກຂອງຕົນມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ. ເຮັດໃຫ້ການດໍາເນີນກອງປະຊຸມໃຫຍ່ 3ຂັ້ນຂອງພັກດໍາເນີນໄປດ້ວຍດີ ແລະ ມີຜົນສໍາເລັດອັນຈົບງາມ.
    (ຂ່າວ: ສົມພົງ ອິນຕະວັນ., ພາບ: ສຸວິໄລ ຄໍາສະຫວັນ).