ໃນວັນທີ 2 ເມສານີ້, ທະຫານກອງພັນ 410 ປະຈຳຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີເປີດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈໍາປີ 2024 ຂຶ້ນ ຢູ່ທີ່ຫອ້ງປະຊຸມກອງພັນດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ ປະທານຄະນະກວດກາພັກ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ຫຼາດບັງຫຼວງຂັ້ນເມືອງ, ມີທ່ານ ພັທ ໄມໄຊ ແກ້ວແກ່ນຈັນ ຫົວໜ້າການເມືອງກອງພັນ 410 ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ, ສະຫາຍ ພັຕ ບຸນປະເສີດ ຄຳສະຫວາດ ຮອງຫົວໜ້າການທະຫານກອງພັນ 410 ໄດ້ຜ່ານຄຳສັ່ງແນະນຳຂອງຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊຍະບູລີ ວ່າດ້ວຍການອົບຮົມ-ຫັດແອບ ປັບປຸງລະບຽບແບບແຜນ, ຜ່ານແຜນການອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈໍາປີ 2024 ແລະ ຜ່ານຂໍ້ແຂ່ງຂັນອົບຮົມປະຈໍາປີ 2024  ແລະ ຫົວໜ້າແຕ່ລະກອງ, ຫົວໜ້າຊາວໜຸ່ມ-ແມ່ຍິງ ພາຍໃນກົມກອງກໍໄດ້ຈັບມືພ້ອມກັນແຂ່ງຂັນ.
ການຝຶກແອບຄັ້ງນີ້,ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ເລີ່ມແຕ່ເດືອນມີນາ ຫາ ເດືອນພຶດສະພາ 2024, ໄລຍະທີ 2 ເລີ່ມແຕ່ເດືອນ ກໍລະກົດ ຫາ ເດືອນ ຕຸລາ 2024, ໂດຍມີອ້າຍນ້ອງທະຫານເຂົ້າຮ່ວມທັງໝົດ 134 ສະຫາຍ, ຍິງ 3 ສະຫາຍ ແລະ ມີຄູຝຶກ 22 ສະຫາຍ. ຕະຫຼອດໄລຍະຂອງການຝຶກອົບຮົມ ອ້າຍນ້ອງທະຫານ ຈະໄດ້ຮຽນຮູ້ກ່ຽວກັບ ເນື້ອໃນທິດສະດີ ແລະ ພາກປະຕິບັດຕົວຈິງໄປພ້ອມໆກັນ ເປັນຕົ້ນແມ່ນ ພາກຄວາມຮູ້ທົ່ວໄປ, ອົບຮົມວິຊາສະເພາະສິນລະປະຍຸດ, ຍຸດທະວິທີ, ວຽກງານເສນາທິການ ແລະ ອື່ນໆ.
(ພາບ-ຂ່າວ: ກິດຕິສັກ ບົວໄລ)