ໃນວັນທີ 1 ເມສາ ຜ່ານມາ ທີ່ຫ້ອງຮັບແຂກຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບ ລົດຈັກສະເກັມ ໃຫ້ສາຍກວດ ປກສ ແຂວງສະຫວັນນະເຂດ ຈຳນວນ 3 ຄັນ ລວມມູນຄ່າທັງໝົດ 255 ລ້ານກີບ. ຊຶ່ງມອບໂດຍທ່ານ ອານົນ ອິນທະວົງ ປະທານບໍລິສັດອິນທຣາກລຸບ ຮ່ວມກັບ ບໍລິສັດ SITC ທີ່ປຶກສາໄອທີ ປະກອບສ່ວນ 2 ຄັນ ແລະ ທ່ານ ຄຳສະຫວາດ ພູນສຸກ ປະທານບໍລິສັດສັນຕິສຸກກໍ່ສ້າງຄົບວົງຈອນຈຳກັດຜູ້ດຽວ 1 ຄັນ ແລະ ຮັບໂດຍທ່ານ ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ. 
ລົດດັ່ງກ່າວ, ແມ່ນຈະໄດ້ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະຂອງເຈົ້າໜ້າທີ່ສາຍກວດ ປກສ ແຂວງ ໃຫ້ໄດ້ຮັບປະສິດທິພາບດີຂຶ້ນກວ່າເກົ່າ. ທັງນີ້ກໍ່ເພື່ອເປັນການປະກອບສ່ວນໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາ ຊົນ ຄົບຮອບ 63 ປີ (5/4/1961-5/4/2024). 
(ຂ່າວ: ສະຫວັນ)