ໃນວັນທີ 1 ເມສາຜ່ານ ຫ້ອງການສະຫະພັນແມ່ຍິງກອງທັບປະຊາຊົນລາວ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ 29.026.000 ກີບ, ຢາປົວພະຍາດ ຈຳນວນໜຶ່ງ, ເງິນສົດ 8 ລ້ານກີບ ແລະ  ເສື້ອຍືດແມ່ຍິງກອງທັບ 70 ຜືນ ມູນຄ່າ 7 ລ້ານກີບ ໄປມອບໃຫ້ກອງປະຕິບັດງານ 201 ກອງພົນທີ 1. ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນກອງທັບ, ມີສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຫົວຫນ້າການເມືອງກອງພົນທີ 1, ສະຫາຍ ພັນເອກ ນາງ ຫຼ້າ ຄຸນນະວົງສາ ຮອງຫົວຫນ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍອຳນາດການປົກຄອງເມືອງກາສີ ແຂວງວຽງຈັນເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ພັນເອກ ນາງ ຫຼ້າ ຄຸນນະວົງສາ ໄດ້ກ່າວມອບເຄື່ອງດັ່ງກ່າວ ແລະ ຕາງໜ້າກ່າວຮັບຂອງສະຫາຍ ພັນຕີ ກົງແສງ ໄຊຍະຕະ ຄະນະກອງປະຕິບັດງານ 201 ພ້ອມທັງສະແດງຄວາມຂອບໃຈມາຍັງຄະນະນຳກະຊວງປ້ອງກັນປະເທດ, ຄະນະນຳກົມໃຫຍ່ການເມືອງກອງທັບ ກໍຄືຫ້ອງການສະຫະພັນແມ່ຍິງກອງທັບ ຊຶ່ງຍາມໃດກໍເປັນຫ່ວງເປັນໃຍ ແລະ ເຫັນໄດ້ເຖິງຄວາມສຳຄັນຂອງນາຍ ແລະ ພົນທະຫານທີ່ພວມປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ຈະນໍາເອົາວັດຖຸປັດໄຈດັ່ງກ່າວ ໄປໝູນໃຊ້ໃຫ້ຖືກເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ. 
(ຂ່າວ: ປູນາ ສຸດທະວົງ)