ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ເຜີຍແຜ່ ດຳລັດ ວ່າດ້ວຍ ທີ່ດິນບໍລິເວນນໍ້າ ສະບັບທຳອິດ ຂອງ ສປປ ລາວ ເພື່ອປົກປັກຮັກສາລະບົບນິເວດທີ່ດິນບໍລິເວນນໍ້າ ໃຫ້ອຸດົມສົມບູນ ແລະ ມີການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນຕາມພູມີທັດທີ່ກຳນົດໄວ້.
ພິທີເຜີຍແຜ່ດຳລັດດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ນະຄອນຫຼວງວຽງຈັນ ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການ, ສະພາແຫ່ງຊາດ, ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທັງນີ້ ເມື່ອເດືອນ ພະຈິກ 2023 ທີ່ຜ່ານມາ ດຳລັດ ວ່າດ້ວຍ ທີ່ດິນບໍລິເວນນໍ້າ ໄດ້ຮັບການຮັບຮອງ. ຈາກນັ້ນ  ໄດ້ເຜີຍແຜ່ຕໍ່ບັນດາກະຊວງທີ່ກ່ຽວຂ້ອງ ແລະ ສະພາແຫ່ງຊາດ ຊຶ່ງເປັນສ່ວນໜຶ່ງຂອງກອງປະຊຸມລະດັບສູງ ໃນຂອບເຂດ ພາຍໃຕ້ໂຄງການ “ການອະນຸລັກລະບົບນິເວດໂດຍຜ່ານການຄຸ້ມຄອງພູມີທັດແບບປະສົມປະສານໃນ ສປປ ລາວ” (ECILL) ໂດຍການສະໜັບສະໜູນທຶນຈາກ ສະຫະພາບ ເອີຣົບ (EU) ແລະ ອົງການຝຣັ່ງເພື່ອການພັດທະນາ (AFD) ຈັດຕັ້ງປະຕິບັດໂດຍ ອົງການອະນຸລັກສັດປ່າ (WCS) ຮ່ວມມືກັບລັດຖະບານ ສປປ ລາວ.
ທີ່ດິນບໍລິເວນນໍ້າ ໄດ້ຖືກພິຈາລະນາໃຫ້ເປັນເຂດທີ່ມີຄວາມຫຼາກຫຼາຍທາງດ້ານຊີວະນານາພັນທີ່ອຸດົມສົມບູນທີ່ສຸດ ຂອງລະບົບນິເວດທັງຫຼາຍ, ເປັນຖິ່ນທີ່ຢູ່ອາໄສຂອງຊະນິດພັນພືດ ແລະ ສັດປ່າ ທີ່ມີເອກະລັກ. ທີ່ດິນບໍລິເວນນໍ້າ ແມ່ນທີ່ດິນທີ່ປະກອບດ້ວຍນໍ້າ ຫຼື ຊຸ່ມນໍ້າ, ຢູ່ອ້ອມຂ້າງແຫຼ່ງນໍ້າ ເຊັ່ນ: ໜອງ, ກຸດ, ຫຼື ບຶງ, ພວກມັນເປັນລະບົບນິເວດທີ່ສຳຄັນ ທີ່ປະກອບສ່ວນເຂົ້າໃນຊີວະນານາພັນ, ການຫຼຸດຜ່ອນ ແລະ ການປັບຕົວຂອງດິນຟ້າອາກາດ, ການປັບປຸງຄຸນນະພາບນ້ຳ ແລະ  ສະໜອງແຫຼ່ງທີ່ຢູ່ອາໄສໃຫ້ແກ່ຊຸມຊົນທ້ອງຖິ່ນ.
ຢ່າງໃດກໍຕາມ, ທີ່ດິນບໍລິເວນນໍ້າ ຍັງຖືກຄຸກຄາມຈາກການຫາປາທີ່ບໍ່ຍືນຍົງ ແລະ ຜິດກົດໝາຍ, ການນໍາໃຊ້ນ້ໍາຫຼາຍເກີນໄປ ກ້າວໄປເຖິງ ການຖົມດິນ ແລະ ການຫັນປ່ຽນທີ່ດິນບໍລິເວນນໍ້າເພື່ອຈຸດປະສົງອື່ນ ເປັນຕົ້ນແມ່ນການບຸກເບີກພື້ນທີ່ກະສິກໍາຢ່າງກວ້າງຂວາງ.
ເພື່ອເປັນການຮັບຮູ້ ເຖິງຄວາມສຳຄັນຂອງທີ່ດິນບໍລິເວນນໍ້າທີ່ຈຳນວນຫຼຸດລົງຢ່າງໄວວາໃນທົ່ວໂລກ, ກອງປະຊຸມເຜີຍແຜ່ຄັ້ງນີ້ ໄດ້ແນໃສ່ການນຳສະເໜີ ດຳລັດ ວ່າດ້ວຍ ທີ່ດິນບໍລິເວນນໍ້າ ທີ່ຖືກຮັບຮອງເອົາໃໝ່ເມື່ອບໍ່ດົນມານີ້ ແລະ ເປັນການຊຸກຍູ້ການປະສານງານລະຫວ່າງຂະແໜງການ ທີ່ກ່ຽວຂ້ອງ ເພື່ອຮັບປະກັນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ດິນບໍລິເວນນໍ້າແບບຍືນຍົງ.
ດຳລັດ ວ່າດ້ວຍ ທີ່ດິນບໍລິເວນນໍ້າ ສະບັບນີ້ ເປັນເອກະສານອ້າງອີງໃນການຄຸ້ມຄອງ, ຕິດຕາມ, ປົກປັກຮັກສາ, ພັດທະນາ ແລະ ການນຳໃຊ້ທີ່ດິນບໍລິເວນນໍ້າ ໃນຂອບເຂດທົ່ວປະເທດ ເພື່ອຮັກສາລະບົບນິເວດໃຫ້ສົມດູນ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນການຄຸ້ມຄອງແຫຼ່ງນ້ຳ, ສົນທິສັນຍາ ແລະ ສັນຍາສາກົນທີ່ ສປປ ລາວ ເປັນພາຄີ.
ທ່ານ ຈັນທະເນດ ບົວລາພາ, ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: “ຂ້າພະເຈົ້າຂໍຂອບໃຈຢ່າງສຸດຊຶ້ງຕໍ່ ສະຫະພາບ ເອີຣົບ, ສະຖານທູດຝຣັ່ງ ປະຈຳ ສປປ ລາວ,  ອົງການຝຣັ່ງເພື່ອການພັດທະນາ (AFD) ແລະ ອົງການອະນຸລັກສັດປ່າ (WCS) ທີ່ໄດ້ຍົກສູງວຽກງານ ການຄຸ້ມຄອງ ທີ່ດິນບໍລິເວນນໍ້າ ແລະ ໃຫ້ການຊ່ວຍເຫຼືອ ສະໜັບສະໜູນດ້ານທຶນຮອນຢ່າງຕໍ່ເນື່ອງ ໃນດ້ານການອະນຸລັກຊີວະນານາພັນ ແລະ ໃນການສ້າງດຳລັດ ວ່າດ້ວຍ ທີ່ດິນບໍລິເວນນໍ້າສະບັບນີ້”.
ທ່ານ ຈັນທະເນດ ຍັງໄດ້ເນັ້ນໜັກຕື່ມອີກວ່າ: ແຜນການເຄື່ອນໄຫວຈັດຕັ້ງປະຕິບັດ ດຳລັດ ວ່າດ້ວຍທີ່ດິນບໍລິເວນນໍ້າ ຈະມີຄວາມສຳຄັນໃນການປົກປັກຮັກສາ ແລະ ຄຸ້ມຄອງເຂດທີ່ດິນບໍລິເວນນໍ້າ ຢ່າງຍືນຍົງໃນທົ່ວປະເທດ.
ອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ ໄດ້ເປັນສ່ວນຫນຶ່ງຂອງການເຜີຍແຜ່ດໍາລັດສະບັບນີ້, ອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ ໄດ້ນໍາສະເໜີພື້ນທີ່ດິນບໍລິເວນນໍ້າເຊຈໍາພອນ ໃນເຂດຣາມຊາ. ທີ່ດິນບໍລິເວນນໍ້າດັ່ງກ່າວ, ຕັ້ງຢູ່ເມືອງຈຳພອນ ແຂວງສະຫວັນນະເຂດ, ເຊິ່ງເປັນ ເຂດຣາມຊາ ສອງແຫ່ງຂອງ ສປປ ລາວ ທີ່ໃຫຍ່ທີ່ສຸດ (ທີ່ດິນບໍລິເວນນ້ຳທີ່ມີຄວາມສຳຄັນລະດັບສາກົນ)  ແລະ ເປັນບ່ອນຢູ່ອາໃສຂອງຊີວະນານາພັນ ສັດນ້ຳທີ່ອຸດົມສົມບູນ ແລະ ຍັງເປັນຖິ່ນທີ່ຢູ່ອາໃສ ຂອງໜຶ່ງໃນຈຳນວນປະຊາກອນແຂ້ນໍ້າຈືດທີ່ໃກ້ຈະສູນພັນ ທີ່ຍັງເຫຼືອກຸ່ມສຸດທ້າຍຂອງໂລກ, ຊະນິດພັນເຕົ່າທີ່ໃກ້ຈະສູນພັນ, ແລະ ນົກ ທີ່ດິນບໍລິເວນນໍ້າ.
ທ່ານນາງ ອີນາ ມາຊິວລີໂອນີແຕ ເອກອັກຄະລັດຖະທູດ ສະຫະພາບ ເອີລົບ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ການຄຸ້ມຄອງທີ່ດິນບໍລິເວນນໍ້າ ແມ່ນສິ່ງທ້າທາຍທົ່ວໂລກ ແລະ ສົນທິສັນຍາວ່າດ້ວຍ ທີ່ດິນບໍລິເວນນໍ້າ ຫຼື ສົນທິສັນຍາ ຣາມຊາ ໄດ້ສະໜອງຂອບການຮ່ວມມືລະຫວ່າງລັດຖະບານກ່ຽວກັບບັນຫາທີ່ດິນບໍລິເວນນໍ້າ. ດ້ວຍດຳລັດສະບັບໃໝ່, ປັດຈຸບັນ, ສປປ ລາວ ໄດ້ມີອຸປະກອນທີ່ເໝາະສົມກັບການກຳນົດສິດປົກປັກຮັກສາທີ່ດິນບໍລິເວນນໍ້າຂອງຕົນ”.
ຂ່າວ: ຄ. ຄຳປະສິດ