ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ຢູ່ນະຄອນໂຮ່ຈິມິນຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ ໄດ້ຈັດພິທີຍ້ອງຍໍ ນະຄອນໂຮ່ຈິມິນ, ໂດຍອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO)  ຮັບຮອງເປັນສະມາຊິກ “ເຄືອຂ່າຍນະຄອນຮ່ຳຮຽນໂລກ”.
ຂ່າວລະບຸວ່າ: ທ່ານນາງ ຫງວຽນທິເລະ ຮອງເລຂາຄະນະພັກນະຄອນປະທານສະພາປະຊາຊົນນະຄອນໂຮ່ຈິມິນ ກ່າວຄຳເຫັນໃນພິທີວ່າ: ນະຄອນໂຮ່ຈິມິນ ໄດ້ກາຍເປັນສະມາຊິກຖາວອນຂອງ “ເຄືອຂ່າຍນະຄອນຮ່ຳຮຽນໂລກ” ຂອງ (UNESCO)  ນີ້ຖືເປັນກຽດ ແລະແມ່ນໝາກຜົນຂອງວິວັດການສຸມໃສ່ສ້າງສະພາບແວດລ້ອມແຫ່ງການຮ່ຳຮຽນຂອງປະຊາຊົນນະຄອນໂຮ່ຈິມິນ; ປະກອບສ່ວນຍົກສູງທີ່ຕັ້ງບົດບາດດ້ານການສຶກສາຂອງ ຫວຽດນາມ ບົນເວທີສາກົນ. ທາງນະຄອນໂຮ່ຈິມິນ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ຮ່ວມມືກັບບັນດາສະມາຊິກຂອງເຄືອຂ່າຍ ນະຄອນຮ່ຳຮຽນໂລກ ຢ່າງແໜ້ນແຟ້ນ ເພື່ອແບ່ງປັນບົດຮຽນປະສົບການ, ຮ່ຳຮຽນ ແລະ ສ້າງສະພາບແວດລ້ອມແຫ່ງການຮ່ຳຮຽນທີ່ດີໃຫ້ແກ່ທຸກຄົນ.
ສ່ວນທ່ານ ໂຈນາທານ ວໍລເລັດ ບາເກີ ຫົວໜ້າຜູ້ຕາງໜ້າ UNESCO ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:UNESCO ມີຄວາມເອົາໃຈໃສ່ເຖິງຂໍ້ລິເລີ່ມຂອງນະຄອນໂຮ່ຈິມິນ ກ່ຽວກັບການສ້າງ ແລະ ໃຫ້ສັດຕະຍາບັນມາດຖານກ່ຽວກັບໂຮງຮຽນຜາສຸກ, ອີງຕາມຂອບໂຮງຮຽນຜາສຸກທົ່ວໂລກ ຂອງ UNESCO, ພ້ອມກັບແຜນນະໂຍບາຍທີ່ນຳໃຊ້ຢູ່ທຸກໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ໃນນະຄອນ.