ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ເມສາຜ່ານມາ, ອຸທິຍານໂບຮານຄະດີອັງກໍ ຫຼື ອັງກໍວັດທີ່ມີຊື່ສຽງໂດ່ງດັງຂອງກຳປູເຈຍ ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຈຳນວນ 347.534 ຄົນ ໃນໄຕມາດທຳອິດ (ໄຕມາດທີ 1) ປີ 2024 ເພີ່ມຂຶ້ນ 47% ຈາກ 236.341 ຄົນ ໃນໄລະຍະເວລາດຽວກັນຂອງປີຜ່ານມາ.
ອັງກໍ ເອັນເຕີໄພ ຊຶ່ງເປັນລັດວິສາຫະກິດ ໄດ້ເປີດເຜີຍວ່າ: ອຸທິຍານໂບຮານແຫ່ງນີ້ ມີລາຍໄດ້ 16,5 ລ້ານໂດລາ ຈາກການຂາຍປີ້ເຂົ້າຢ້ຽມຊົມໃນໄລຍະເດືອນມັງກອນ - ເດືອນມີນາ ປີນີ້ ເພີ່ມຂຶ້ນ 48% ຈາກໂຕເລກ 11,1 ລ້ານໂດລາ ໃນໄລຍະດຽວກັນຂອງປີຜ່ານມາ. 
ອຸທິຍານໂບຮານຄະດີອັງກໍ ຕັ້ງຢູ່ໃນແຂວງສຽມຣຽບ ທາງພາກຕາເວັນຕົກສ່ຽງເໜືອຂອງກຳປູເຈຍ ຊຶ່ງມີເນື້ອທີ່ 401 ກິໂລຕາແມັດ ແລະ ເປັນທີ່ຕັ້ງຂອງວັດໂບຮານ 91 ແຫ່ງ ຊຶ່ງສ້າງຂຶ້ນຕັ້ງແຕ່ສະຕະວັດທີ 9 ເຖິງສະຕະວັດທີ 13.
ອຸທິຍານແຫ່ງນີ້ໄດ້ຮັບການຂຶ້ນທະບຽນເປັນມໍລະດົກໂລກໂດຍອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ໃນປີ 1.992 ເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນປະເທດແຖບອາຊີຕາເວັນອອກສ່ຽງໃຕ້.
ທ່ານ ທົບ ໂສພຽກ ລັດຖະມົນຕີກະຊວງການທ່ອງທ່ຽວ ແລະ ໂຄສົກກະຊວງການທ່ອງທ່ຽວ ເປີດເຜີຍວ່າ: ໝັ້ນໃຈວ່າສະໜາມບິນນາໆຊາດສຽມຣາດ ອັງກໍ ທີ່ຈີນລົງທຶນຊຶ່ງເລີ່ມດຳເນີນການຢ່າງເປັນທາງການໃນເດືອນພະຈິກ 2023 ຈະຊ່ວຍດຶງດູດນັກທ່ອງທ່ຽວຈາກຕ່າງປະເທດມາຍັງອຸທິຍານອັງກໍໄດ້ຫຼາຍຂຶ້ນ. ທ່ານກ່າວຕື່ມວ່າ: ສະໜາມບິນນາໆຊາດແຫ່ງຊາດນີ້ ມີບົດບາດສຳຄັນໃນການຊ່ວຍສົ່ງເສີມການທ່ອງທ່ຽວ, ເສດຖະກິດ, ການຄ້າ ແລະ ການລົງທຶນຂອງປະເທດ ໂດຍຄວາມຍາວຂອງຣັນເວ 3.600 ແມັດ, ປັດຈຸບັນສະໜາມບິນນາໆຊາດລະດັບ 4E ເປັນສະໜາມບິນທີ່ໃຫຍ່ທີ່ສຸດຂອງຣາຊະອານາຈັກກຳປູເຈຍ ແລະ ຍັງເປັນປະຕູລະຫວ່າງປະເທດສູ່ອຸທິຍານອັງກໍອີກດ້ວຍ.