ສະຫະພັນມວຍລາວ ແຫ່ງຊາດ ຈັດການແຂ່ງຂັນຊົກມວຍລາວ ລະດັບຊາດ ຊີງແຊັມສາຍແອວກຽດຕິຄຸນການນຳຂັ້ນສູງ ຂອງ ສປປ ລາວ ຮອບທີ 4ຊຶ່ງຈະຈັດຂຶ້ນໃນວັນທີ 7 ເມສາ 2024 ທີ່ນະຄອນຫຼວງວຽງຈັນ ເພື່ອຄັດເລືອກເອົານັກກິລາມວຍລາວ ໃນແຕ່ລະຮຸ່ນນ້ຳໜັກ ຄື: ຮຸ່ນ 51 ກິໂລ, 57 ກິໂລ ແລະ 65 ກິໂລ ກຽມສົ່ງເຂົ້າຮ່ວມແຂ່ງຂັນ ໃນລະດັບພາກພື້ນ ແລະ ສາກົນ ໃນຕໍ່ໜ້າ ຕິດພັນກັບການສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ (5 ເມສາ 1961-5 ເມສາ 2024) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ ພ້ອມທັງເປັນການໂຄສະນາ ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024.
ທ່ານ  ຕຸດາວັນ ໜໍ່ເມືອງເສດ ຮອງປະທານ ແລະ ເລຂາທິການສະຫະພັນກິລາມວຍລາວແຫ່ງຊາດ ທັງເປັນຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ໄດ້ຖະແຫຼງຂ່າວກ່ຽວກັບການຈັດການແຂ່ງຂັນຊົກມວຍດັ່ງກ່າວ ໃນວັນທີ 2 ເມສາ ຜ່ານມາ ທີ່ຫ້ອງປະຊຸມຄະນະກຳມະການໂອແລັມປິກແຫ່ງຊາດລາວ ວ່າ: ການແຂ່ງຂັນຊົກມວຍໃນຄັ້ງນີ້ ຈັດຂຶ້ນເປັນຮອບທີ 4 ຊຶ່ງຈະຄັດເລືອກເອົາຜູ້ຊະນະເລີດໜຶ່ງດຽວໃນ 3 ຮຸ່ນນໍ້າໜັກ ເພື່ອຍາດເອົາສາຍແອວກຽດຕິຄຸນຂອງການນຳຂັ້ນສູງ ສປປ ລາວ ຊຶ່ງຈະຂຶ້ນໃນວັນທີ 7 ເມສາ 2024 ທີ່ສະໜາມກິລາບູໂດ ເຊັນເຕີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີການແຂ່ງຂັນທັງໝົດ 13 ຄູ່. ໃນນັ້ນ, ເປັນມວຍຮອບ 9 ຄູ່ ແລະ ມວຍປະກອບລາຍການ 6 ຄູ່. ໃນນີ້ມວຍຮອບ 9 ຄູ່ ປະກອບມີ ຮຸ່ນ 51 ກິໂລ ເມືອງໂຂງ ສິດຄູແຫຼ້ ພົບ ນ້ຳອ້ອຍ ຮ້ານອາຫານເວກັດ ແລະ ແລມໂບ້ເລັກ ມວຍລາວລ້ານຊ້າງ ພົບ ຍອດເລົ່າງາມ ບັນຊາເດດ; ຮຸ່ນ 57 ກິໂລ ຄຸນເພັດ ສສ ໂວວີນາມ ພົບ ສອນໄຊ ມາດາມຊາຣາ ແລະ ຂຸນເຫຼັກ ຂຸນວັງຫຼວງ ພົບ ແມ໋ກນ້ອຍ ສູນຝຶກກິລາວູຊູແຫ່ງຊາດ; ຮຸ່ນ 65 ກິໂລ ເພັດພູພານ ມວຍລາວລ້ານຊ້າງ ພົບ ປາຫວາ ສິດຊຽນນິຍົມ ແລະ ລາຍເພັດນ້ອຍ (CSC) ກົມຄຸມຂັງດັດສ້າງ ກະຊວງ ປກສ; ຮຸ່ນ 51 ກິໂລ (ມວຍຮອບທີ 2) ຫຼ່ຽມເພັດເລັກ (CSC) ວິທະຍາຄານຕຳຫຼວດປະຊາຊົນ ພົບ ຍອດສາລະວັນ ອໍນິວໄກ່ຊິ້ງ ແລະ ນ້ອງເບຍ ຂຸນວັງຫຼວງ ພົບ ມັງກອນຂາວ HK gym; ຮຸ່ນ 54 ກິໂລ (ມວຍຮອບທີ 2) ນ້ອງໂອ ທະວີຊັບ ວິທະຍາຄານ ວສປ (ເສ່ຍຕ້າຂຸນວັງຫຼວງ) ພົບ SAJJD MANAFI YALDAGERMANA (ອີຣານ).
ສ່ວນມວຍນອກຮອບອີກ 6 ຄູ່ ປະກອບມີ ຮຸ່ນ 46 ກິໂລ ສືບທອດ KKY ພົບ ສິງຂອນເລັກ ກຽດປະສານໄຊ, ຮຸ່ນ 52 ກິໂລ ສາຍຊົນ ຂວັນໃຈສີໂຄດ ພົບ ສີອຸຍ ຂຸນວັງຫຼວງ ແລະ ເພັດທະຈັກ ມຸງຄຸນເພັດ (ກະຊວງ ປກສ) ພົບ ອາຍາເລັກ ແອອຸດົມອາໄຫຼ່ຍົນ; ຮຸ່ນ 61 ກິໂລ ເກົ້າແສນ ຂວັນໃຈສີໂຄດ ພົບ ລຳນໍ້າໂຂງ ຕໍເພັດຕາເວັນ (ໄທ), ຮຸ່ນ 65 ກິໂລ ສິງໃຫຍ່ AIDC ພົບ ຈຳນຸດຊຳນາງ ຈາກປະເທດກຳປູເຈຍ, ຂຸນຊ້າງ JDB ບັນຊາເດດ ພົບ MOHSEN FARTOTEARD (ອີຣານ).
ການແຂ່ງຂັນມວຍລາວໃນຄັ້ງນີ້ ເປັນການສ້າງນັກກິລາມວຍ ຢູ່ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ ທຽບເທົ່າພາກພື້ນ ແລະ ສາກົນ ທັງເປັນການເຜີຍແຜ່ໃຫ້ປະຊາຊົນລາວ ແລະ ຊາວໂລກຮູ້ຈັກມວຍລາວໃຫ້ເລິກເຊິ່ງ ພ້ອມທັງເປັນການຕິດພັນກັບການສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ (5 ເມສາ 1961-5 ເມສາ 2024) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ ພ້ອມທັງເປັນການໂຄສະນາ ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ອີກດ້ວຍ.
ສຳລັບເງິນລາງວັນ ຮຸ່ນນໍ້າໜັກ 57 ກິໂລ ແລະ ຮຸ່ນ 65 ກິໂລ ທີ1 ໄດ້ຮັບສາຍແອວກຽດຕິຄຸນຂອງການນຳຂັ້ນສູງ ສປປ ລາວ ພ້ອມເງິນລາງວັນ 100 ລ້ານກີບ ແລະ ທີ2 ໄດ້ຮັບເງິນລາງວັນ 50 ລ້ານກີບ. ສ່ວນຮຸ່ນນໍ້າໜັກ 51 ກິໂລ ໄດ້ຮັບສາຍແອວກຽດຕິຄຸນທ່ານນາຍົກລັດຖະມົນຕີ ພ້ອມເງິນລາງວັນ 60 ລ້ານກີບ ແລະ ທີ2 ໄດ້ຮັບເງິນລາງວັນ 30ລ້ານກີບ. ສ່ວນການແຂ່ງຂັນໃນຮອບຕໍ່ໄປ (ຮອບທີ 3) ຄາດວ່າ ຈະຈັດຂຶ້ນໃນເດືອນຕໍ່ໄປ ຢູ່ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ.
ຂ່າວ-ພາບ:ຕຸໄລເພັດ