ກະຊວງປ້ອງກັນຄວາມສະຫງົບ(ປກສ) ໄດ້ຈັດພິທີມອບ-ຮັບຄໍາສັ່ງປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ປ່ອຍຂະບວນລົດວິຊາສະເພາະສະແດງເຖິງຄວາມພ້ອມໃນດ້ານຕ່າງໆເພື່ອກະກຽມປ້ອງກັນກອງປະຊຸມດັ່ງກ່າວທີ່ຈະຈັດຂຶ້ນໃນມໍ່ໆນີ້ ຂຶ້ນໃນວັນທີ 2 ເມສາຜ່ານມາ ທີ່ກະຊວງ ປກສ ໂດຍການເຂົ້າຮ່ວມຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ, ມີບັນດາຮອງລັດຖະມົນຕີ, ຄະນະນໍາກະຊວງ, ກົມໃຫຍ່, ຫ້ອງວ່າການກະຊວງ, ກອງບັນຊາການ, 3 ວິທະຍາຄານ, ປກສ ນະຄອນຫຼວງວຽງຈັນ, ປກສ ແຂວງທົ່ວປະເທດພ້ອມດ້ວຍກ້ອນກໍາລັງວິຊາສະເພາະປ້ອງກັນຄວາມສະຫງົບເຂົ້າຮ່ວມ.
ທ່ານພົຈວ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການກະຊວງ ປກສໄດ້ລາຍງານຫຍໍ້ກ່ຽວກັບການກະກຽມປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ຊຶ່ງກອງປະຊຸມຄັ້ງນີ້ຈະມີຜູ້ເຂົ້າຮ່ວມຈາກບັນດາປະເທດອາຊຽນເພື່ອນມິດສາກົນໄດ້ໃຫ້ຄວາມເຊື່ອໝັ້ນໃນທຸກໆດ້ານ ແລະ ຈະມີຜູ້ເຂົ້າຮ່ວມຫຼາຍລະດັບເປັນຕົ້ນແມ່ນປະມຸກລັດ,ປະທານປະເທດ, ນາຍົກລັດຖະມົນຕີ, ບັນດາກະຊວງ, ເຈົ້າໜ້າທີ່ອາວຸໂສ ແລະ ວິຊາການຂັ້ນຕ່າງໆທີ່ມາຈາກບັນດາປະເທດອາຊຽນ, ອາຊຽນບວກ ແລະຄູ່ເຈລະຈາອາຊຽນກາຍເປັນປະຊາຄົມທີ່ມີຄວາມເຂັ້ມແຂງທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ, ປະຊາຊົນອາຊຽນມີຄວາມສົມບູນພູນສຸກ.
    ທ່ານພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສໄດ້ຜ່ານຄໍາສັ່ງເພີ່ມທະວີວຽກງານປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44, 45, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກໍາມະການລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນປີ 2024 ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໃນແຕ່ລະດ້ານໃນການປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44, 45 ປີ 2024 ເພື່ອຮັບປະກັນໃຫ້ປະເທດຊາດມີຄວາມສະຫງົບທາງດ້ານການເມືຶອງ, ມີຄວາມເປັນລະບຽບຮຽບຮ້ອຍປອດໄພທາງດ້ານສັງຄົມໃນໄລຍະກະກຽມ ແລະ ດໍາເນີນກອງປະຊຸມສຸດຍອດອາຊຽນຄັ້ງທີ 44, 45 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງໃຫ້ມີຄວາມສະຫງົບປອດໄພສູງສຸດ.
    ຈາກນັ້ນ, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກໍາລັງທຸກເຫຼົ່າຮົບທີ່ຕັ້ງໜ້າຝຶກຊ້ອມຈົນສາມາດອອກປະຕິບັດເຮັດໜ້າທີ່ປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44, 45 ທີ່ຈະເປີດຂຶ້ນໃນມໍ່ໆນີ້; ພ້ອມທັງເນັ້ນໃຫ້ຄະນະພັກ-ຄະນະບັນຊາ ແລະກ້ອນກໍາລັງເຫຼົ່າຮົບວິຊາສະເພາະແຕ່ລະສະຫາຍຈົ່ງເພີ່ມທະວີຄວາມເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຕາມຄາດໜາຍທີ່ໄດ້ວາງໄວ້.
ຂ່າວ-ພາບ: ຮອ ນາງ ຄອນສະຫວັນ