ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນໄດ້ລົງຢ້ຽມຢາມ ແລະ ພົບປະຄະນະໂຄສະນາອົບຮົມແຂວງ (ຄອສຂ) ວຽງຈັນ ໂດຍການຕ້ອນຮັບຂອງ ທ່ານ ສີທົນ ແສງພະຈັນ ຫົວໜ້າ ຄອສຂ ວຽງຈັນ ພ້ອມດ້ວຍຄະນະ ຊຶ່ງໃນໂອກາດນີ້ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ພ້ອມທັງລາຍງານໂດຍຫຍໍ້ວ່າ: ຄອສຂ ວຽງຈັນ ມີພະນັກງານ 22 ທ່ານ ຍິງ 14 ທ່ານ ໂດຍມີຄະນະພັກ 3 ທ່ານ ແລະ ຄະນະນໍາ 4 ທ່ານ ຊຶ່ງການຈັດຕັ້ງປະຕິບັດວຽກງານຜ່ານມາ ກໍມີອັນພົ້ນເດັ່ນ ໂດຍສະເພາະການປະຕິບັດຕາມພາລະບົດບາດຂອງຕົນ, ການມີສ່ວນຮ່ວມກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຊຶ່ງຄະນະນໍາ ຄອສຂ ກໍໄດ້ຖືກແຕ່ງຕັ້ງເຂົ້າຢູ່ໃນອະນຸກຳມະການຕ່າງໆ ແລະ ກຳລັງສູ້ຊົນສຸມວຽກງານ ເພື່ອຈະເປີດກອງປະຊຸມໃນ ເດືອນ 1 ປີ 2025.
    ທ່ານ ວັນໄຊ ຕະວິນຍານ ກໍໄດ້ກ່າວສະແດງຄວາມຊົມເຊີຍ ແລະ ກໍໄດ້ກ່າວໃຫ້ຮູ້ວ່າ: ນີ້ເປັນໂອກາດດີທີ່ໄດ້ມາຢ້ຽມຢາມຖາມຂ່າວຊຶ່ງມາຄັ້ງນີ້ ກໍຄືປະຕິບັດຕາມທິດຊີ້ນໍາຂອງ ຫົວໜ້າ ຄອສພ ເພື່ອຕິດຕາມການກະກຽມດ້ານຕ່າງໆ ຂອງກອງປະຊຸມ 3 ຂັ້ນ, ການໂຄສະນາປຸກລະດົມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ. ພ້ອມນີ້, ກໍເນັ້ນໃຫ້ ຄອສຂ ວຽງຈັນ ເອົາໃຈໃສ່ໃນການຂຶ້ນແຜນ ເພື່ອຈັດໃຫ້ມີວຽກງານການຝຶກອົບຮົມດ້ານຕ່າງໆ ແລະ ຂຶ້ນແຜນເພື່ອຂໍການຊຸກຍູ້ສະໜັບສະໜູນ ດ້ານອຸປະກອນຕ່າງໆ ຊຸກຍູ້ແກ່ການກະກຽມກອງປະຊຸມ 3 ຂັ້ນ ທັງເພື່ອເປັນການຫັນເປັນທັນສະໄໝ ສືບຕໍ່ສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ຢ່າງຕັ້ງໜ້າ.
    ທ່ານ ສີທົນ ແສງພະຈັນ ກໍໄດ້ກ່າວຂອບໃຈ ແລະ ລາຍງານໃຫ້ຊາບກ່ຽວກັບການຈະຂຶ້ນແຜນຝຶກອົບຮົມດ້ານໄອທີ ແລະຝຶກອົບຮົມດ້ານໂຄສະນາປາຖະກະຖາ ສ້າງນັກປາຖະກະຖາທີ່ເກັ່ງ ສາມາດເວົ້າໄດ້ດີ ສາມາດລະດົມມະຫາຊົນ ເຂົ້າຮ່ວມວຽກງານຂອງພັກ-ລັດ ກໍຄືຂອງອົງການປົກຄອງແຂວງວຽງຈັນ.
    ໃນຕອນທ້າຍ, ທ່ານ ວັນໄຊ ຕະວິນຍານ ຍັງໄດ້ມອບເຄື່ອງຈໍານວນໜຶ່ງ ເພື່ອເປັນຂອງຝາກຂອງຕ້ອນແກ່ ຄອສຂ ວຽງຈັນ.
(ຂ່າວ: ສຸກສະຫວັນ, ພາບ: ບຸນອູ້ມ)