ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປກສ (5 ເມສາ 1961-5 ເມສາ 2024)ຄົບຮອບ 63 ປີຂຶ້ນໃນວັນທີ 3 ເມສານີ້ ໂດຍການເປັນປະທານຂອງທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປກສ, ມີບັນດາການນໍາ, ພະນັກງານຫຼັກແຫຼ່ງນາຍຕໍາຫຼວດ,ອະດີດພະນັກງານອາວຸໂສບໍານານທົ່ວກໍາລັງ ປກສ ແລະ ແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ຍົກໃຫ້ເຫັນເຖິງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງ ປກສ ຕະຫຼອດໄລຍະ 63 ປີ; ການກໍາເນີດຂອງກໍາລັງປກສປະຊາຊົນລາວ ແມ່ນມີຄວາມໝາຍສໍາຄັນທາງດ້ານການເມືອງອັນໃຫຍ່ຫຼວງໃນປະຫວັດສາດຂອງຊາດລາວ.ນັບແຕ່ມື້ສ້າງຕັ້ງ ປກສ ໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່ 4 ການພົວພັນໄດ້ເປັນຢ່າງດີຕະຫຼອດມາ; ທັງເຄື່ອນໄຫວປ້ອງກັນ, ຝຶກແອບຮ່ຳຮຽນ, ປັບປຸງກຳລັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງດ້ວຍການສ້າງພະລາທິການກັບທີ່ທັງຂົນຂວາຍ, ກໍ່ສ້າງຮາກຖານຊຶ່ງໄດ້ຮັບຄວາມຮັກແພງ, ອູ້ມຊູຊ່ວຍເຫຼືອຈາກປະຊາຊົນຕະຫຼອດມາ.ເຖິງວ່າໃນເບື້ອງຕົ້ນກໍາລັງເຮົາຍັງອ່ອນນ້ອຍ, ການປະກອບອາວຸດ, ພາຫະນະຫຼ້າສະໄໝ,ລະດັບເຕັກນິກວິທະຍາສາດບໍ່ທັນສູງແຕ່ຍ້ອນຄວາມຮຽກຮ້ອງຕ້ອງການຂອງປະເທດຊາດກຳລັງ ປກສ ໄດ້ເດັດດ່ຽວເສີມຂະຫຍາຍນ້ຳໃຈຮັກຊາດ, ຮັກຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນອຸດົມຮັ່ງມີຂອງຕົນບໍ່ຍອມເປັນຂ້ອຍຂ້າໃຫ້ແກ່ຊາດອື່ນ, ໄດ້ພ້ອມກັບກອງທັບປະຊາຊົນບັນດາເຜົ່າຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດພາຍນອກ ແລະ ລູກແຫຼ່ງຕີນມືຂາຍຊາດ. ຕະຫຼອດໄລຍະທາງອັນລະອິດລະອ້ຽວ, ຫຍຸ້ງຍາກລຳບາກທີ່ສຸດນັ້ນແຕ່ກໍປ່ຽມລົ້ນໄປດ້ວຍຜົນງານ ແລະ ໄຊຊະນະອັນສະຫງ່າລາສີພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ກໍາລັງ ປກສ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວໃນການປະຕິບັດໜ້າທີ່ການເມືອງທັງປະສານສູ້ຮົບຢ່າງພິລະອາດຫານ, ອອກແຮງປັບປຸງ, ກໍ່ສ້າງກຳລັງຂອງຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນລໍາດັບມາ. ພ້ອມດຽວກັນນີ້, ຜ່ານການປະຕິບັດໜ້າທີ່ການເມືອງຕະຫຼອດໄລຍະທີ່ຜ່ານມາ ໂດຍສະເພາະການປະຕິບັດແນວທາງປ້ອງກັນຊາດ(ປກຊ)-ປ້ອງກັນຄວາມສະຫງົບ(ປກສ) ທົ່ວປວງຊົນຮອບດ້ານຂອງພັກ ທີ່ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ວຽກງານດ້ານອື່ນໆ. ພ້ອມນີ້,ພັກ, ລັດຖະບານໄດ້ຕີລາສູງຕໍ່ຜົນສຳເລັດຫຼາຍດ້ານທີ່ຍາດມາໄດ້.
ໂອກາດນີ້, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຍັງໄດ້ເນັ້ນໜັກ ພ້ອມທັງຮຽກຮ້ອງໃຫ້ພະນັກງານ-ນັກຮົບທົ່ວກຳລັງປກສ ສືບຕໍ່ເອົາໃຈໃສ່ຫຼາຍບັນຫາໜຶ່ງ: ສືບຕໍ່ເຊື່ອມຊຶມກຳແໜ້ນ ແລະ ຈັດຕັ້ງແນວທາງປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໃຫ້ເລິກເຊິ່ງ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ປະຕິບັດມະຕິວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່; ຄຳສັ່ງວ່າດ້ວຍການເພີ່ມທະວີ ແລະ ແກ້ໄຂບັນຫາຢາເສບຕິດ; ຄໍາສັ່ງວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ທັງສຸມໃສ່ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ບັນດານິຕິກຳອື່ນໆທີ່ກ່ຽວຂ້ອງໃຫ້ເປັນແຜນຍຸດທະສາດ, ເປັນແຜນງານ ແລະ ໂຄງການທີ່ນອນໃນຄວາມຮັບຜິດຊອບໃຫ້ໄດ້ຮັບໝາກຜົນຕົວຈິງ ໄປພ້ອມກັບການຍູ້ແຮງເຮັດໃຫ້ບັນຫາດັ່ງກ່າວກາຍເປັນພັນທະຂອງທົ່ວສັງຄົມ, ແນໃສ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພຂອງສັງຄົມໃຫ້ມີຄວາມໜັກແໜ້ນ; ສອງ:ສືບຕໍ່ອອກແຮງປັບປຸງ, ກໍ່ສ້າງພັກ, ກໍ່ສ້າງພະນັກງານໃນກໍາລັງ ປກສ ໃຫ້ເຂັ້ມແຂງທຸກດ້ານ; ເຊີດຊູບົດບາດການນຳພາໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກຕໍ່ທຸກຂົງເຂດວຽກງານ ປກສ; ເພີ່ມທະວີການປັບປຸງ, ກໍ່ສ້າງກຳລັງ ປກສ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງມີແບບແຜນກ້າວສູ່ຄວາມທັນສະໄໝຕິດພັນກັບການກໍ່ສ້າງກຳລັງໃຫ້ມີຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະ, ວິຊາການຕ່າງໆໃຫ້ຮັບປະກັນທາງດ້ານຈໍານວນ ແລະ ຄຸນນະພາບເປັນກຳລັງທີ່ຈົ່ງຮັກພັກດີ, ຊື່ສັດບໍລິສຸດຕໍ່ຊາດ, ຕໍ່ພັກ, ຕໍ່ປະຊາຊົນ ແລະ ອຸດົມການສັງຄົມນິຍົມ; ສາມ: ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກ, ຄະນະບັນຊາຕໍ່ກັບວຽກງານປ້ອງກັນພັກ, ປ້ອງກັນພະນັກງານ, ວຽກງານຕິດຕາມກວດກາ ແລະ ແກ້ໄຂຜົນຂອງການກວດກາໃຫ້ເດັດຂາດ, ເຂັ້ມງວດເປັນເຈົ້າການສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ພາຍໃນກໍາລັງໂດຍສະເພາະການສວຍໃຊ້ສິດໜ້າທີ່ເພື່ອຫາຜົນປະໂຫຍດບໍ່ຖືກຕ້ອງ, ລະເມີດລະບຽບກົດໝາຍທັງສຸມໃສ່ຕ້ານປະກົດການຫັນປ່ຽນດ້ວຍຕົນເອງ ແລະ ເສື່ອມຄຸນປ່ຽນທາດເອງຢ່າງແຂງແຮງ; ສີ່: ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້, ຈຳກັດ ແລະ ສະກັດກັ້ນໜໍ່ແໜງທີ່ຈະກະທົບຕໍ່ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຂອງສັງຄົມ ກໍຄືຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມຕິດພັນກັບການສືບຕໍ່ຫັນກຳລັງລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງຕາມທິດ 3 ສ້າງ ເພື່ອເຮັດໃຫ້ວຽກງານ ປກສ ກາຍເປັນສະຕິ ແລະ ຄວາມຮັບຜິດຊອບຮ່ວມກັນຂອງທົ່ວສັງຄົມດ້ວຍຄວາມຕັ້ງໜ້າ; ຫ້າ: ເພີ່ມທະວີການສະກັດກັ້ນ ແລະ ຕ້ານອາຊະຍາກຳທາງຄອມພິວເຕີ, ການສວຍໃຊ້ສື່ສັງຄົມອອນລາຍກໍ່ຄວາມບໍ່ສະຫງົບໃນສັງຄົມ ໂດຍສົມທົບແໜ້ນກັບຂະແໜງການກ່ຽວຂ້ອງຕິດພັນກັບການຕອບໂຕ້ຂໍ້ມູນ ຫຼືຂ່າວບໍ່ມີຄວາມຈິງ, ການໂຄສະນາໃສ່ຮ້າຍປ້າຍສີຕ່າງໆໃຫ້ແຫຼມຄົມ ແລະ ທັນການ; ຫົກ: ຕັ້ງໜ້າຜັນຂະຫຍາຍຍຸດທະສາດ ແລະ ແຜນງານດ້ານພະລາທິການຮັບໃຊ້ວຽກງານ ປກສໂດຍສຸມໃສ່ສືບຕໍ່ປັບປຸງ, ຍົກສູງຄຸນນະພາບວຽກງານພະລາທິການຮອບດ້ານຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ສຸມໃສ່ສ້າງ, ປັບປຸງກົນໄກ, ລະບຽບການທັງຕິດຕາມ, ກວດກາ, ຊຸກຍູ້ ແລະ ປະເມີນຜົນການເຄື່ອນໄຫວວຽກງານພະລາທິການຂອງກົມກອງໃຫ້ມີປະສິດທິຜົນ; ເຈັດ: ຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ, ປະຕິບັດນະໂຍບາຍເຊື່ອມໂຍງພາກພື້ນ ແລະ ສາກົນໃຫ້ມີປະສິດທິຜົນ;ສຸມໃສ່ການພົວພັນຮ່ວມມືກັບກຳລັງ ປກສ ປະເທດເພື່ອນມິດຍຸດທະສາດ, ອົງການຕຳຫຼວດອາຊຽນ ແລະ ອົງການຕຳຫຼວດສາກົນຢ່າງມີການເລືອກເຟັ້ນ; ສົມທົບແໜ້ນລະຫວ່າງການເຊີດຊູນໍ້າໃຈຮັກຊາດ, ຍົກສູງສະຕິເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງກັບການຍາດແຍ່ງເອົາກຳລັງແຮງ, ກາລະໂອກາດທີ່ອໍານວຍຂອງຍຸກສະໄໝ ແລະ ສາກົນປະກອບສ່ວນຢ່າງສົມກຽດເຂົ້າໃນພາລະກິດປົກປັກຮັກສາຄວາມໝັ້ນຄົງ, ຄວາມສະຫງົບ, ການເຊີດຊູບົດບາດຂອງກຳລັງ ປກສ ປະຊາຊົນລາວໃຫ້ສູງຂຶ້ນໃນເວທີສາກົນ ແລະ ພາກພື້ນ.
(ຂ່າວ: ລັດດາວັນ, ພາບ: ວັນເພັງ)