ສະຫາຍ ສອນໄຊ ສີພັນດອນ  ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ໂດ ວັນ ຈຽນ ເລຂາທິການສູນກາງພັກກອມມູນິດຫວຽດນາມ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມຄະນະ ໃນວັນທີ 10 ເມສາ ນີ້, ໂອກາດທີ່ສະຫາຍ ໂດ ວັນ ຈຽນ ພ້ອມຄະນະເດີນທາງມາຮ່ວມກອງປະຊຸມ 3 ປະທານແນວໂຮມ ກຳປູເຈຍ-ລາວ-ຫວຽດນາມ ໃນລະຫວ່າງວັນທີ 8-11 ເມສາ 2024.
    ສະຫາຍນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ສະຫາຍ ໂດ ວັນ ຈຽນ ພ້ອມຄະນະ ທີ່ໄດ້ເດີນທາງມາຮ່ວມກອງປະຊຸມປະທານແນວໂຮມ 3 ປະເທດຄັ້ງທີ 5ທີ່ນະຄອນຫຼວງວຽງຈັນສປປ ລາວ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ເຈດຕະນາໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ທີ່ເປັນມູນເຊື້ອ,ຄວາມສາມັກຄີຮັກແພງ ລະຫວ່າງ 3ພັກ 3ລັດ ແລະ ປະຊາຊົນ 3ຊາດ ທີ່ມີມາແຕ່ດົນນານ, ທັງເປັນການຜັນຂະຫຍາຍຈິດໃຈຊີ້ນຳຂອງກົມການເມືອງ ແລະ ລັດຖະບານຂອງ 3 ປະເທດເຂົ້າສູ່ພາກຕົວຈິງ ແລະ ເປັນການປະຕິບັດບົດບັນທຶກການຮ່ວມມື ລະຫວ່າງ ແນວໂຮມ 3 ປະເທດ ພວກເຮົາ ໃຫ້ກ້າວເຂົ້າສູ່ລວງເລິກ.
    ສະຫາຍ ໂດ ວັນ ຈຽນ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕອນຮັບຢ່າງອົບອຸ່ນ ພ້ອມດຽວກັນນີ້, ກໍໄດ້ນໍາເອົາຄໍາຢ້ຽມຢາມຖາມຂ່າວ ແລະ ຄໍາອວຍພອນໄຊໃນໂອກາດປີໃໝ່ລາວ ຂອງ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ຝາກເຖິງ ສະຫາຍ ສອນໄຊ ສີພັນດອນ. ພ້ອມນີ້, ກໍໄດ້ກ່າວລາຍງານວ່າ: ກອງປະຊຸມປະທານແນວໂຮມ 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 5 ທີ່ ສປປ ລາວ ເປັນເຈົ້າພາບນີ້ ຊຶ່ງ 3 ຝ່າຍ ກໍໄດ້ມີການປຶກສາຫາລືຫຼາຍບັນຫາທີ່ມີຄວາມສໍາຄັນ ກໍຄືການກໍານົດທິດທາງການຮ່ວມມືລະຫວ່າງ 3 ແນວໂຮມໃນໄລຍະຕໍ່ໜ້າ.
    ໃນຕອນທ້າຍ, ສະຫາຍ ສອນໄຊ ສີພັນດອນ ກໍໄດ້ອວຍພອນໃຫ້ ສະຫາຍ ໂດ ວັນ ຈຽນ ພ້ອມຄະນະ ເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ.
(ຂ່າວ-ພາບ: ສຸກສະຫວັນ)