ແຫຼ່ງຂ່າວຈາກ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ໃນວັນທີ 13 ເມສາ ຜ່ານມານີ້ ເປັນມື້ສັງຂານລ່ວງ, ພາຍຫຼັງສຳເລັດການໂລະລາດແບບມວນຊົນແລ້ວ, ໃນຕອນບ່າຍຂອງວັນດຽວກັນ ໄດ້ມີການລົງຕົບພະທາດຊາຍທີ່ດອນຊາຍມຸງຄຸນ ເມືອງຈອມເພັດ ໂດຍການເຂົ້າຮ່ວມຂອງທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ພ້ອມດ້ວຍຄະນະນຳນະຄອນ ຫຼວງພະບາງ, ເມືອງຈອມເພັດ, ຫົວໜ້າ-ຮອງຫົວໜ້າພະແນກການ-ກົມກອງ-ຫ້ອງການອ້ອມຂ້າງ ຕະຫຼອດຮອດມວນຊົນຊາວຫຼວງພະບາງ, ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ສີສຸວັນ ໄດ້ເລົ່າຄວາມເປັນມາ ແລະ ຄວາມໝາຍຂອງການຕົບພະທາດຊາຍວ່າ: ການຕົບພະທາດຊາຍ ມີນິທານກ່າວມາຫຼາຍເຊັ່ນຄົນສືບທອດກັນມາວ່າ: ທ້າວ ຈັນທະພານິດ ທີ່ເປັນພໍ່ຄ້າພູຄ້ຽວໝາກ ໄດ້ທໍເຮືອມາພັກຢູ່ດອນຊາຍແຫ່ງໜຶ່ງ ແລ້ວພົບເຫັນເມັດຊາຍທີ່ຂາວສະອາດ, ລາວຈຶ່ງໄດ້ກອບເອົາເມັດຊາຍຂຶ້ນເປັນກອງ ພ້ອມທັງໄດ້ອະທິຖານຂໍພອນຈາກສິ່ງສັກສິດ ພໍຮອດຕອນເຊົ້າ ກອງຊາຍດັ່ງກ່າວໄດ້ກາຍເປັນກອງຄຳຢ່າງໜ້າອັດສະຈັນ. ຈາກນັ້ນ ຈຶ່ງໄດ້ປ່າວໃຫ້ຜູ້ຄົນມາເກັບເອົາຄຳ ເພື່ອໄປສ້າງສາພັດທະນາບ້ານເມືອງ ແລະ ເອີ້ນດອນຊາຍດັ່ງກ່າວຕໍ່ໆກັນມາວ່າ: ດອນຊາຍມຸງຄຸນ.
ກິດຈະກຳການຕົບພະທາດຊາຍ ກໍເພື່ອເປັນສິລິມຸງຄຸນໃຫ້ແກ່ຊີວິດ, ຊຶ່ງພາຍໃນງານຍັງມີການບາສີໃຫ້ຜູ້ເຂົ້າຮ່ວມ, ບວດພະທາດຊາຍ ແລະ ແຂ່ງຂັນກິລາພື້ນເມືອງ ຕື່ມອີກ.
(ຂ່າວ: ຫຼວງພະບາງ)