ໃນຕອນບ່າຍວັນທີ 6 ພຶດສະພາ ນີ້ ທີ່ສະໂມສອນ ກະຊວງແຜນການ ແລະ ການລົງທຶນ (ກຜທ) ໄດ້ມີພິທີມອບ-ຮັບໜ້າທີ່ ເລຂາຄະນະພັກ ລັດຖະມົນຕີ ກຜທ ລະຫວ່າງ ສະຫາຍ ຄຳເຈນ ວົງໂພສີ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກຜທ (ຜູ້ເກົ່າ) ແລະ ສະຫາຍ ເພັດ ພົມພິພັກ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ພ້ອມດ້ວຍບັນສະຫາຍຄະນະປະຈຳພັກ, ກຳມະການພັກ ແລະ ບັນດາສະຫາຍ ພະນັກງານຫຼັກແຫຼ່ງ ຂອງ ກຜທ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານບັນດານິຕິກຳທີ່ກ່ຽວຂ້ອງ; ຈາກນັ້ນ, ສະຫາຍ ຄໍາເຈນ ວົງໂພສີ ໄດ້ມີບາງຄໍາເຫັນ ເພື່ອລາຍງານສະພາບການປະຕິບັດໜ້າທີ່ວຽກງານຢູ່ ກຜທ ເປັນເວລາ 2 ປີກັບ 3 ເດືອນກວ່າຜ່ານມາ ໃຫ້ຮູ້ວ່າ: ຂ້າພະເຈົ້າມາຮັບໜ້າທີ່ແມ່ນໃນມື້ວັນທີ 4/2/2022 ຊຶ່ງເປັນຈຸດເວລາທີ່ທົ່ວພັກ, ທົ່ວປວງຊົນລາວທັງຊາດ ພວມກ້າວສູ່ປີທໍາອິດແຫ່ງການຈັດຕັ້ງປະຕິບັດມະຕິ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX; ທັງສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ທັງເປັນໄລຍະເວລາແຫ່ງການຟື້ນຟູຄືນການປະຕິບັດວຽກງານອັນປົກກະຕິທຸກພາກສ່ວນໃນທົ່ວປະເທດ, ພາຍ ຫຼັງມີການລະບາດຂອງໂຄວິດ-19, ແຕ່ກໍເປັນຈຸດເວລາທີ່ສະພາບການຂອງໂລກ ແລະ ພາກພື້ນສືບຕໍ່ຜັນແປຢ່າງສະຫຼັບສັບຊ້ອນ; ສໍາລັບປະເທດພວກເຮົາ, ແມ່ນສືບຕໍ່ເຊື່ອມໂຍງກັບສາກົນເຂົ້າສູ່ລວງເລິກຫຼາຍຂຶ້ນ. ໃນສະພາບການດັ່ງກ່າວ, ຂ້າພະເຈົ້າ ພ້ອມກັບບັນດາສະຫາຍການນໍາ ກໍຄືພະນັກງານ-ສະມາຊິກພັກ ໃນທົ່ວອົງຄະນະພັກກະຊວງ ໄດ້ພະຍາຍາມບຸກບືນສູ້ຊົນ ຜ່ານຜ່າທຸກຄວາມຫຍຸ້ງຍາກນາໆປະການ ເພື່ອປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍດ້ວຍມາດຕະການຕ່າງໆ ອັນໄດ້ເຮັດໃຫ້ວຽກງານໃນທຸກດ້ານ ລວມທັງວຽກພັກ-ພະນັກງານ, ວຽກອົງການຈັດຕັ້ງມະຫາຊົນ ແລະ ວຽກງານວິຊາສະເພາະລ້ວນແຕ່ໄດ້ຮັບການ ຈັດຕັ້ງປະຕິບັດ ແລະ ມີການຫັນປ່ຽນຢ່າງຕັ້ງໜ້າເປັນກ້າວໆ; ເປັນຕົ້ນຄື: ໄດ້ສໍາເລັດການດໍາເນີນກອງປະຊຸມຄົບຄະນະ ກາງສະໄໝ ຂອງຄະນະບໍລິຫານງານພັກ ກະຊວງ ຜທ ຄັ້ງທີ IV ໂດຍໄດ້ສະຫຼຸບ, ຕີລາຄາການຈັດຕັ້ງປະຕິບັດມະຕິ ຂອງອົງຄະນະພັກ ກະຊວງແຜນການ ແລະ ການລົງທຶນ ຄັ້ງທີ IV ກາງສະໄໝ (ປີ2021-2023) ແລະ ທິດທາງແຜນການທ້າຍສະໄໝ (ປີ2024-2025); ໄດ້ສໍາເລັດການສ້າງແຜນການ ກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນໃນອົງຄະນະພັກ ກະຊວງ...ພ້ອມດຽວກັນ, ກໍໄດ້ລາຍງານໃຫ້ຮູ້ບາງດ້ານທີ່ຕ້ອງເອົາໃຈໃສ່ໃນຕໍ່ໜ້າ.
    ໃນພິທີ, ສະຫາຍ ສອນໄຊ ສີພັນດອນ ກໍໄດ້ມີຄໍາເຫັນວ່າ: ດ້ວຍຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໃນໄລຍະໃໝ່, ກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ໄດ້ຕົກລົງຈັດວາງ-ສັບຊ້ອນພະນັກງານການນໍາຂັ້ນສູງ ບາງຕໍາແໜ່ງຄືນໃໝ່, ການສັບຊ້ອນ, ສັບປ່ຽນໜ້າທີ່ຮັບຜິດຊອບ ຂອງພະນັກງານການນໍາໃນລະບົບການຈັດຕັ້ງຂອງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນ ເປັນວຽກງານປົກກະຕິ ແລະ ແມ່ນຫຼັກການອັນໜຶ່ງໃນວຽກງານພະນັກງານຂອງພັກເຮົາ ຊຶ່ງດ້ານໜຶ່ງ ເພື່ອຍົກລະດັບປະສົບການຄວາມສາມາດ, ຄວາມຖະໜັດ ສະເພາະດ້ານຂອງພະນັກງານການນໍາຂອງພວກເຮົາແຕ່ລະສະຫາຍ ທັງເປັນການກໍ່ສ້າງພະນັກງານການນໍາພວກເຮົາ ໃຫ້ມີຄວາມຮູ້, ຄວາມສາມາດໃນວຽກງານຕົວຈິງຮອບດ້ານຫຼາຍຂຶ້ນ; ດ້ານໜຶ່ງອີກ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຕໍາແໜ່ງງານ ກໍຄືສືບຕໍ່ຈັດຕັ້ງປະຕິບັດແນວທາງການເມືອງ ແລະ ຄາດໝາຍສູ້ຊົນ ທີ່ກອງປະຊຸມໃຫຍ່ຂອງພັກວາງອອກ. ກົມການເມືອງ, ຄະນະເລຂາທິການສູນກາງພັກ ຈຶ່ງໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ຕົກລົງເອກະພາບກັນຍົກຍ້າຍສະຫາຍ ຄຳເຈນ ວົງໂພສີ ໄປປະຈໍາການຢູ່ບ່ອນໃໝ່ຢູ່ສໍານັກງານນາຍົກລັດຖະມົນຕີ.
    ສະຫາຍ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ສະຫາຍ ຄໍາເຈນ ວົງໂພສີ ແລະ ບັນດາສະຫາຍໃນທົ່ວ ກຜທ ທີ່ຍາດໄດ້ຜົນສຳເລັດໃນໄລຍະຜ່ານມາ; ພ້ອມນີ້, ກໍສະແດງຄວາມເຊື່ອໝັ້ນວ່າ: ດ້ວຍຄວາມຮູ້ຄວາມສາມາດ ແລະ ປະສົບການທີ່ມີຂອງສະຫາຍ ຈະສືບຕໍ່ຮ່ວມແຮງຮ່ວມໃຈກັນພ້ອມກັບໝູ່ຄະນະ ຍູ້ແຮງຂະບວນການວຽກງານແຜນການ ແລະ ການລົງທຶນ, ວຽກງານສະຖິຕິແຫ່ງຊາດ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ເຂດເສດຖະກິດພິເສດ ໃນຂອບເຂດທົ່ວປະ ເທດທີ່ ສະຫາຍ ຄຳເຈນ ວົງໂພສີ ພ້ອມໝູ່ຄະນະທີ່ເຄີຍໄດ້ນໍາພາໃນໄລຍະຜ່ານມາແລ້ວນັ້ນ ໃຫ້ນັບມື້ຂະຫຍາຍຕົວດີຂຶ້ນກວ່າເກົ່າ. 
(ຂ່າວ-ພາບ: ສຸກສະຫວັນ)