ໂດຍ: ພູວັນ
    ແຂວງບໍລິຄຳໄຊໄດ້ກໍານົດທິດທາງ, ໜ້າທີ່ຈຸດໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V (2021-2025) ຫຼາຍດ້ານ ເພື່ອສຸມໃສ່ພັດທະນາເສດຖະກິດ-ສັງຄົມຕາມທ່າແຮງທີ່ມີຢ່າງເຕັມສ່ວນ ເພື່ອພັດທະນາແຂວງໃຫ້ບັນລຸເງື່ອນໄຂການຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາຢ່າງໜັກແໜ້ນ ດ້ວຍການເຕີບໂຕທີ່ມີຄຸນນະພາບຕາມທິດສົມດຸນ,ສີຂຽວ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນປີ 2030 ຄື: “ສ້າງແຂວງບໍລິຄຳໄຊເປັນປະຕູເສດຖະກິດ, ແຫຼ່ງຜະລິດພະລັງງານ, ບໍລິການທາງຜ່ານ ແລະ ຄຸ້ມຄອງສິ່ງແວດລ້ອມແບບຍືນຍົງ”ຕິດພັນກັບການປັບປຸງແບບແຜນດໍາລົງຊີວິດໃໝ່ທີ່ກ້າວໜ້າ ເປັນຕົ້ນການຫັນປ່ຽນແນວຄິດທີ່ອາໄສແຕ່ການບໍລິໂພກເປັນຕົ້ນຕໍ.
    ໃນໄລຍະຜ່ານມາ, ແຂວງບໍລິຄຳໄຊໄດ້ຫັນມາເຮັດການຜະລິດກຸ້ມຕົນເອງ ແລະ ກາຍເປັນສິນຄ້າທີ່ຍືນ
ຍົງ ພັດທະນາຊົນນະບົດ, ລຶບລ້າງຄວາມທຸກຍາກຂອງປະຊາຊົນໃນເຂດຊົນນະບົດພູດອຍເປັນເຈົ້າການທໍາການຜະລິດໃຫ້ກຸ້ມກິນ, ມີໃຊ້ກຸ້ມຕົນເອງເພິ່ງຕົນເອງ, ຕີຖອຍແນວຄິດຄອງຄອຍລໍຖ້າ ແລະ ສ້າງວິຖີຊິວິດໃໝ່, ວີທີທຳມາຫາກິນແບບໃໝ່, ພັດທະນາພື້ນຖານໂຄງລ່າງທີ່ຈຳເປັນຢູ່ໃນເຂດຫ່າງໄກສອກຫຼີກ ບັນດາເຂດຈຸດສຸມເພື່ອເຮັດໃຫ້ປະຊາຊົນໄດ້ຮັບການບໍລິການຂັ້ນພື້ນຖານຂອງລັດ ແລະ ໄດ້ສົ່ງສິນຄ້າອອກສູ່ຕະຫຼາດໃຫ້ຫຼາຍຂຶ້ນໂດຍເລີ່ມຈາກການຫັນປ່ຽນແນວຄິດຂອງພະນັກງານ, ສະມາຊິກພັກ, ຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າຢ່າງເປັນເອກະພາບທົ່ວເຖິງ, ປະຕິບັດຢ່າງມີຈຸດສຸມ ແລະ ມີຜູ້ຮັບຜິດຊອບຢ່າງແທ້ຈິງ.
    ໃນນີ້, ແຂວງບໍລິຄຳໄຊໄດ້ກໍານົດແຜນຈຸດສຸມດັ່ງນີ້:1) ເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ, ມີຄຸນນະພາບ ແລະ ເຕີບໂຕໄປຕາມທິດສົມດຸນເທື່ອລະກ້າວ, ດຸ່ນດ່ຽງລະຫວ່າງການພັດທະນາ ແລະ ການສະໜອງທຶນ ໂດຍໃຫ້ສອດຄ່ອງກັບເງື່ອນໄຂໃໝ່ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ໂດຍຖືເອົາການຜະລິດກະສິກຳເປັນພື້ນຖານໃຫ້ແກ່ການຂະຫຍາຍຕົວຂອງອຸດສາຫະກຳ; 2) ພັດທະນາເສດຖະກິດເປັນໃຈກາງ ແລະ ຍືນຍົງ (SDGs), ຮັບປະກັນໃຫ້ມີຄວາມສອດຄ່ອງກົມກຽວລະຫວ່າງການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມເປັນສຳຄັນ ແລະ ການປົກປັກຮັກສາສະພາບແວດລ້ອມເປັນວຽກຈຳເປັນ, ການພັດທະນາຊັບພະຍາກອນມະນຸດເປັນຂອດຕັດສິນທັງເປັນເຈົ້າການຮັບມືກັບໄພພິບັດທຳມະຊາດຢ່າງທັນການ ແລະ ຮັບປະກັນການພັດທະນາຊົນນະບົດຮອບດ້ານຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ; 3) ສ້າງການຫັນປ່ຽນຈາກສັງຄົມທີ່ຕິດພັນກັບການບໍລິໂພກເປັນສ່ວນຫຼາຍ, ມາເປັນການຜະລິດກຸ້ມຕົນເອງເທື່ອລະກ້າວ ແລະ ຂາຍເປັນສິນຄ້າ (New Normal) ໃຫ້ມີຄຸນນະພາບ ແລະ ກາຍເປັນປັດໄຈຕັດສິນການພັດທະນາ, ສ້າງກຳລັງແຮງງານໃຫ້ມີສີມື, ມີລະບຽບວິໄນ ແລະ ດຸໝັ່ນ, ອົດທົນ, ສ້າງໃຫ້ໄດ້ຊ່ຽວຊານສະເພາະດ້ານວິຊາການ ແລະ ເຕັກນິກ, ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານລັດ, ວິສາຫະກິດ ແລະ ຜູ້ປະກອບການ, ຍົກສູງຄວາມສາມາດໃນການແຂ່ງຂັນກັບພາກພື້ນ; 4) ຮັກສາສະຖຽນລະພາບທາງດ້ານການເມືອງ, ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ, ສ້າງສັງຄົມໃຫ້ສີວິໄລ ແລະ ຍຸຕິທຳ; 5) ເປີດກວ້າງການຮ່ວມມືກັບສາກົນດ້ວຍຫຼາຍຮູບແບບຢ່າງເປັນເຈົ້າການຕາມທິດຕ່າງຝ່າຍຕ່າງມີຜົນປະໂຫຍດ; ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການເຊື່ອມໂຍງ, ເຊື່ອມຈອດກັບພາກພື້ນ ແລະ ສາກົນ, ບາງບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດແຜນ 5 ປີ ຄັ້ງທີ IV ແລະ ການສະຫຼຸບຕີລາຄາ, ວິເຄາະ, ວິໄຈ, ບັນຫາຕ່າງໆທີ່ກ່ຽວຂ້ອງ
ທີ່ໄດ້ກ່າວມາຂ້າງເທິງລວມທັງກາລະໂອກາດທີ່ເປັນທ່າແຮງໃຫ້ແຂວງມີການພັດທະນາຢ່າງຕໍ່ເນື່ອງນັ້ນ ຈຶ່ງໄດ້ກຳນົດບັນດາເປົ້າໝາຍ ແລະ ວຽກງານຈຸດສຸມດັ່ງກ່າວຂຶ້ນມາ ເພື່ອສຸມໃສ່ຈັດຕັ້ງປະຕິບັດໃຫ້ສຳເລັດຕາມຄາດ  ໝາຍທີ່ກຳນົດໄວ້.