ໂດຍ: ວັນເພັງ
ການລະບາດຂອງພະຍາດໄຂ້ຍຸງລາຍ ຍັງເປັນໜຶ່ງບັນຫາທີ່ເກີດຂຶ້ນຢູ່ ສປປ ລາວ ນັບມື້ເພີ່ມຂຶ້ນ ໂດຍສະເພາະເລີ່ມແຕ່ວັນທີ 1 ເດືອນມັງກອນ ຫາ ວັນທີ 7 ພຶດສະພາ 2024 ທົ່ວປະເທດມີໂຕເລກໄຂ້ຍຸງລາຍສະສົມທັງໝົດ 2.770 ຄົນ. ສະນັ້ນ, ປັດຈຸບັນກ້າວເຂົ້າສູ່ໄລຍະລະດູຝົນ ທຸກຄົນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນປ້ອງກັນພະຍາດດັ່ງກ່າວ ໂດຍການກຳຈັດແຫຼ່ງເພາະພັນໜອນນໍ້າຍຸງລາຍ ສິ່ງສຳຄັນຕ້ອງປະຕິ ບັດຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ. ຖ້າບໍ່ມີໜອນນໍ້າ ບໍ່ມີຍຸງລາຍ ບໍ່ມີໄຂ້ຍຸງລາຍ.
ຂໍ້ມູນຈາກສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກລາຍງານໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ 1 ເດືອນມັງກອນ ຫາວັນທີ 7 ພຶດສະພາ 2024 ທົ່ວປະເທດຍັງມີການລະບາດຂອງພະຍາດໄຂ້ຍຸງລາຍນັບມື້ນັບເພີ່ມຂຶ້ນ ຊຶ່ງເຮັດໃຫ້ມີໂຕເລກໄຂ້ຍຸງລາຍສະສົມທັງໝົດ 2.770 ຄົນ, ແຂວງທີ່ມີການລະບາດຫຼາຍກວ່າໝູ່ແມ່ນແຂວງເຊກອງ 881 ຄົນ, ເສຍຊີວິດ 1 ຄົນ, ນະຄອນຫຼວວຽງຈັນ 566 ຄົນ, ເສຍຊີວິດ 2 ຄົນ, ຫຼວງນໍ້າທາ 293 ຄົນ, ສະຫວັນນະເຂດ 158 ຄົນບໍ່ມີຜູ້ເສຍຊີວິດ ແລະ ແຂວງອື່ນໆ ຕາມລຳດັບ. ສະນັ້ນ, ທຸກຄົນໃນທົ່ວສັງຄົມ ຈົ່ງພ້ອມກັນເປັນເຈົ້າການຮ່ວມແຮງຮ່ວມໃຈປ້ອງກັນຕົນເອງດ້ວຍການປະຕິບັດ 5 ປ ທີ່ກະຊວງສາທາລະນະສຸກວາງອອກ ເປັນຕົ້ນຕ້ອງປິດພາຊະນະຕ່າງໆຢູ່ພາຍໃນບ້ານເຮືອນ ແລະ ນອກເຮືອນໃຫ້ດີ; ປ່ຽນພາຊະນະທີ່ມີນໍ້າອັ່ງຂັງໂດຍສະເພາະອຸ, ແອ່ງ, ຖັງ, ຖາດຮອງຕີນຕູ້ ແລະ ອື່ນໆ; ປ່ອຍປາຫາງນົກຍຸງເພື່ອກິນໜອນນໍ້າ; ປັບປຸງສະພາບແວດລ້ອມ, ສະຖານທີ່ຢູ່ອາໄສຂອງຕົນໃຫ້ສະອາດງາມຕາຢູ່ສະເໝີ ແລະ ປະຕິບັດເປັນປະຈຳທຸກໆອາທິດ. ພ້ອມນັ້ນ, ບໍ່ວ່າຈະເປັນອົງການຈັດຕັ້ງເມືອງ, ບ້ານຕ້ອງເປັນເຈົ້າການປຸກລະດົມໂຄສະນາໃຫ້ປະຊາຊົນມີຄວາມເຂົ້າໃຈ, ຮັບຮູ້ວິທີປ້ອງກັນຕົນເອງຕໍ່ພະຍາດດັ່ງກ່າວໂດຍຜ່ານທາງໂທລະໂຄ່ງ ແລະ ອື່ນໆແມ່ນເປັນການດີທີ່ສຸດ.
ຢ່າງໃດກໍຕາມ ຖ້າທ່ານ ຫຼື ຄົນໃນຄອບຄົວຮູ້ສຶກບໍ່ສະບາຍບໍ່ຄວນຊື້ຢາມາກິນເອງ, ຄວນໄປພົບແພດໝໍໂດຍດ່ວນເປັນຕົ້ນໂຮງໝໍເມືອງ, ແຂວງ, ສູນກາງ, ສຸກສາລາໃກ້ບ້ານທ່ານ ຫຼື ສະຖານທີ່ໃຫ້ບໍລິການຕ່າງໆ ເພື່ອຈະໄດ້ກວດໃຫ້ຮູ້ອາການພະຍາດ ພ້ອມກິນຢາຕາມແພດສັ່ງ ແລະ ປິ່ນປົວໃຫ້ທັນເວລາ.