ໃນວັນທີ 13 ພຶດສະພານີ້ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ), ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ໂຄບະຢະຊິ ເຄັນອິຈິ (KOBAYASHI Kenichi)ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາສປປລາວ.
ໃນການເຂົ້າຢ້ຽມອໍາລາຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການປະຕິບັດໜ້າທີ່ທາງການທູດຂອງທ່ານທູດ ຢູ່ ສປປ ລາວ ໃນໄລຍະຜ່ານມາຊຶ່ງທ່ານທູດໄດ້ເຄື່ອນໄຫວຢ່າງຕັ້ງໜ້າໃນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ  ການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນໃຫ້ນັບມື້ນັບໄດ້ຮັບການພັດທະນາ ແລະ ມີໝາກຜົນຕົວຈິງຫຼາຍຂຶ້ນ. ນອກນັ້ນ,ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ສະແດງຄວາມຂອບໃຈ ຜ່ານ ທ່ານເອກອັກຄະຣາຊະທູດໄປຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສະໜັບສະໜູນແກ່ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄືການຊ່ວຍເຫຼືອໃນການເປັນປະທານໝູນວຽນອາຊຽນຂອງ ສປປ ລາວ ໃນປີ 2024.
    ໃນການຢ້ຽມອໍາລາດັ່ງກ່າວ,ທ່ານໂຄບະຢະຊິເຄັນອິຈິໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັັນອົບອຸ່ນ ແລະ ການໃຫ້ຄວາມຮ່ວມມືຊ່ວຍເຫຼືອ ຕະຫຼອດໄລຍະເວລາປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ດ້ວຍຜົນສໍາເລັດອັນຈົບງາມ; ຕີລາຄາສູງຕໍ່ສາຍພົວພັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດຍີ່ປຸ່ນ-ລາວ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຍີ່ປຸ່ນພ້ອມທັງຍິນດີຮ່ວມກັບຝ່າຍລາວໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບແລະການຮ່ວມມືລະຫວ່າງສອງປະເທດກໍຄືປະຊາຊົນສອງຊາດຍີ່ປຸ່ນ-ລາວໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ອວຍພອນທ່ານເອກອັກຄະຣາຊະທູດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນໃໝ່ທີ່ມີກຽດຂອງຕົນ ພ້ອມທັງສືບຕໍ່ຕິດຕາມຊຸກຍູ້ ແລະ ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນລາວ-ຍີ່ປຸ່ນ ໃຫ້ຈະເລີນງອກງາມຍິ່ງຂຶ້ນ.
(ຂ່າວ: ຄຕພ, ພາບ: ແສງຈັນ)