ວັນທີ 10 ພຶດສະພາ 2024 ອົງການປົກຄອງແຂວງຄໍາມ່ວນ ຈັດກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2024ທີ່ເຮືອນຮັບແຂກ ຂອງແຂວງ ໂດຍການເປັນປະທານຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີທ່ານຮອງເຈົ້າແຂວງ, ບັນດາທ່ານເຈົ້າເມືອງ, ຫົວໜ້າພະແນກການອ້ອມຂ້າງແຂວງ, ອົງການທຽບເທົ່າ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມແມ່ນໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ  ແລະ  ທິດທາງແຜນການ 6 ເດືອນທ້າຍປີ 2024 ຂອງແຂວງຕິດພັນກັບການຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ທີ່ສະເໜີໂດຍ ທ່ານ ໜັ້ນຍືນ ຄິນສະໜອນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງເຊິ່ງຕະຫລອດໄລຍະຜ່ານມາເຖິງຈະມີຄວາມຫຍຸ້ງຫຼາຍດ້ານຍ້ອນໄດ້ຮັບຜົນກະທົບຈາກສະພາບແວດລ້ອມພາຍນອກ ກໍ່ຄືພາຍປະເທດຂອງພວກເຮົາ ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກ, ອົງການປົກຄອງແຂວງ, ຄະນະພັກ-ຄະນະນໍາແຕ່ລະຂັ້ນພວກເຮົາສາມາດຈັດຕັ້ງປະຕິບັດບັນດາຄາດໝາຍແລະວຽກງານຈຸດສຸມຕ່າງໆ ໄດ້ເປັນຢ່າງດີ, ມາຮອດປະຈຸບັນແຂວງຄໍາມ່ວນ ມີແຫຼ່ງທຶນເພື່ອການພັດທະນາທັງໝົດ 1.854,93 ຕື້ກີບເທົ່າກັບ 37,25% ຂອງມະຕິສະພາ. ໃນນີ້ການລົງທຶນຂອງລັດ 90,25 ຕື້ກີບເທົ່າກັບ 79,34 % ຂອງແຜນການ,ການລົງທຶນທາງການເພື່ອການພັດທະນາ (ODA) 11,08 ຕື້ກີບເທົ່າກັບ 3,92%,ການລົງທຶນພາກເອກະຊົນພາຍໃນແລະຕ່າງປະເທດ 1.209,22 ຕື້ກີບເທົ່າກັບ 34,83%,ການລົງທຶນໃນລະບົບສິນເຊື່ອທະນາຄານ 544,37 ຕື້ກີບເທົ່າກັບ 71,00%.ດ້ານການເກັບລາຍຮັບງົບປະມານໄດ້ທັງໝົດ 1.340,18 ຕື້ກີບເທົ່າກັບ 55,44% ຂອງມະຕິສະພາ, ໃນນີ້: ລາຍຮັບສູນກາງປະຕິບັດໄດ້ 349,34 ຕື້ກີບ, ເທົ່າກັບ 33,43% , ລາຍຮັບທ້ອງຖິ່ນ 990,84 ຕື້ກີບ, ເທົ່າກັບ 72,20%  ແລະລາຍຈ່າຍປະຕິບັດໄດ້ 244,49 ຕື້ກີບ, ເທົ່າກັບ 44,70%.ພ້ອມນີ້ຍັງໄດ້ຮັບຟັງການຜ່ານຮ່າງບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024, ເພື່ອພ້ອມກັນຄົ້ນຄວ້າ ປຶກສາຫາລືປະກອບຄໍາຄິດຄໍາເຫັນ ຢ່າງເລິກເຊິ່ງກົງໄປກົງມາ ໂດຍສະເພາະບັນດາຂໍ້ຄົງຄ້າງ, ໂຕເລກຄາດໝາຍຕ່າງໆ,ທັງເປັນການຢັ້ງຢືນຮັບຮອງຜົນງານໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນແຕ່ລະຂົງເຂດຂອງຕົນຮັບຜິດຊອບ, ທັງນີ້ເພື່ອໃຫ້ມີເນື້ອໃນລະອຽດຄົບຖ້ວນຖືກຕ້ອງຊັດເຈນ ແລະ ມີຄວາມເປັນເອກະພາບກັນ.ຂ່າວ : ມະນີວັນ