ທີມນັກກິລາອີ-ສະປອດ ມະຫາວິທະຍາໄລແຫ່ງຊາດ ເຈົ້າພາບ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຍາດມາໄດ້4 ຫຼຽນຄຳ, 1 ຫຼຽນເງິນ ແລະ 5 ຫຼຽນທອງ ລວມ 10 ຫຼຽນ ຄອງເຈົ້າຫຼຽນຄຳ ໃນການແຂ່ງຂັນກິລາອີ-ສະປອດ ງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ທີ່ມະຫາວິທະຍາໄລແຫ່ງຊາດ ເປັນເຈົ້າພາບ, ທີ 2 ມະຫາວິທະຍາໄລວິທະຍາສາດສຸຂະພາບ ຍາດໄດ້ 4 ຫຼຽນຄຳ ແລະ 3 ຫຼຽນທອງ, ທີ 3 ສະຖາບັນເຕັກໂນໂລຊີສຸດສະກະ ຍາດໄດ້ 1 ຫຼຽນຄຳ, 5 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 3 ຫຼຽນ, ທີ 4 ມະຫາວິທະຍາໄລຈຳປາສັກ ຍາດໄດ້ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ ລວມ 3 ຫຼຽນ,ທີ 5 ສະຖາບັນຣັຕນະບໍລິຫານທຸລະກິດ ຍາດໄດ້ 1 ຫຼຽນເງິນ ແລະ 6 ຫຼຽນທອງ ລວມ 7 ຫຼຽນ, ທີ 6 ວິທະຍາຄານສັນຕິບານປະຊາຊົນ ຍາດໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ລວມ 3 ຫຼຽນແລະທີ 7 ສະຖາບັນຍຸຕິທຳແຫ່ງຊາດ ຍາດໄດ້ 1 ຫຼຽນເງິນ ລວມ 1 ຫຼຽນ.
ພິທີມອບ-ຮັບຫຼຽນໃນຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 12 ພຶດສະພາ ຜ່ານມາທີ່ສະໂມສອນໃຫຍ່ ມຊ ໃຫ້ກຽດມອບໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ແສນພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ໂຈນາທານ ສີຣິສັກດີ ປະທານສະຫະພັນກິລາອີ-ສະປອດແຫ່ງຊາດ.
ສູນຂ່າວກມລ2