ສະຖາບັນກິລາ-ກາຍະກໍາ ຫຼື ສບກ ຍາດໄດ້16 ຫຼຽນຄຳ, 7 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 26 ຫຼຽນ ຄອງເຈົ້າຫຼຽນຄຳ ປະເພດກິລາແລ່ນ-ລານ ໃນງານມະຫາກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ຫຼື ກມລ2 ເກມ ທີ່ມະຫາວິທະຍາໄລແຫ່ງຊາດ ຮັບກຽດເປັນເຈົ້າພາບ ຂະນະທີ່ ນາງ ປ້ອມ ລໍມະນີ ສາວນັກກິລາແລ່ນ-ລານ ສບກ ສ້າງຜົນງານພົ້ນເດັ່ນ ຍາດໄດ້4 ຫຼຽນຄຳ ຄ້ອງຄໍຄົນດຽວ.
ການແຂ່ງຂັນກິລາແລ່ນ-ລານ ກມລ2 ຈັດຂຶ້ນລະຫວ່າງວັນທີ 5-9 ພຶດສະພາ ຜ່ານມາທີ່ສະໜາມກິລາກາງ ມຊ ວິທະຍາເຂດດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີການຊີງໄຊທັງໝົດ 27 ຫຼຽນຄຳ ຜ່ານການແຂ່ງຂັນໃນໄລຍະ 4 ວັນ ຜົນປະກົດວ່າ: ທີມນັກກິລາແລ່ນ-ລານ ສບກ ສາມາດສ້າງຜົນງານໄດ້ລື່ນຄາດໝາຍທີ່ຕັ້ງໄວ້ 10 ຫຼຽນຄຳແຕ່ຕົວຈິງຍາດໄດ້ 16 ຫຼຽນຄຳ, 7 ຫຼຽນເງິນ ແລະ 3 ຫຼຽນທອງ ຖືກຈັດຢູ່ທີ1 ຂອງຕາຕະລາງສະຫຼຸບຫຼຽນ, ໃນນັ້ນ ມີພຽງນາງ ປ້ອມ ລໍມະນີ ນັກສຶກສາສາວ ສບກ ສ້າງຜົນງານໄດ້ໂດດເດັ່ນໄດ້4 ຫຼຽນຄໍາຄ້ອງຄໍຄົນດຽວ ຈາກປະເພດແລ່ນ 100 ແມັດຍິງ, ປະເພດລານເຕັ້ນຍາວຍິງ, ແລ່ນ 4x100 ແມັດຍິງ ແລະ ແລ່ນ 4x400 ແມັດປະສົມຍິງ 2 ແລະ ຊາຍ 2. ທີ2 ເປັນຂອງວິທະຍາຄານກອງທັບ (ວຄທ) ຍາດໄດ້ 7 ຫຼຽນຄຳ ແລະ 3 ຫຼຽນເງິນ, ສ່ວນທີ3 ມະຫາວິທະຍາໄລສະຫວັນນະເຂດ (ມຂ) ໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ ແລະ 8 ຫຼຽນທອງ, ທີ 4 ມຊ ໄດ້ 1 ຫຼຽນຄຳ, 7 ຫຼຽນເງິນ ແລະ 4 ຫຼຽນທອງ ແລະ ອັນດັບ 5 ສະຖາບັນການທະນາຄານ ໄດ້ 1 ຫຼຽນຄຳ ແລະ 1 ຫຼຽນເງິນ.
ໃຫ້ກຽດ ມອບຫຼຽນລາງວັນ ໂດຍ ທ່ານ  ສິນທະວອນ ດາລາວົງ ຮອງປະທານຈັດງານຮອງອະທິການບໍດີ ມຊ, ທ່ານ ສິດທິໄຊ ສັກປະເສີດ ຮອງປະທານສະຫະພັນກິລາແລ່ນ-ລານແຫ່ງຊາດ.
ສູນຂ່າວ:ກມລ2