ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນໍ້າທາ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຈັດງານສົ່ງເສີມວັນຜູ້ປະກອບການໃຫ້ໄວໜຸ່ມ ແລະ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງຈັດຂຶ້ນໃນວັນທີ 10 ພຶດສະພາ 2024 ຢູ່ທີ່ ໂຮງຮຽນ ມສ ເທດສະບານແຂວງຫຼວງນ້ຳທາ, ໂດຍການເປັນປະທານຂອງທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ  ທ່ານ ບຸນສົງ ແກ້ວມະນີວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຂວງຫຼວງນໍ້າທາ ເຂົ້າຮ່ວມ ມີທ່ານ ຄຳລາ ຂານສະຫງ່າ ຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ,ທ່ານ ບຸນໂຮມ ຈິດດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງພ້ອມດ້ວຍບັນດາ ທ່ານ ຮອງຫົວໜ້າພະແນກການ ຕາງໜ້າພະແນກການອ້ອມຂ້າງແຂວງ, ສະມາຊິກ ສະພາການຄ້າແຂວງ, ຄູ, ອາຈານ, ນັກຮຽນ ຊັ້ນ ມໍ7 ເຂົ້າຮ່ວມ.
    ທ່ານ ບຸນສົງ ແກ້ວມະນີວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຂວງຫຼວງນໍ້າທາໄດ້ກວ່າວ່າ ການຈັດງານໃນຄັ້ງນີ້ ໂດຍພາຍໃຕ້ການຮ່ວມມື ລະຫວ່າງ ບັນດາໜ່ວຍງານພາກລັດ, ພາກເອກະຊົນ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ໄດ້ຮ່ວມແຮງຮ່ວມໃຈກັນເພື່ອແກ້ໄຂ ແລະ ຮັບຮູ້ເຖິງຄວາມສໍາຄັນຂອງໄວໜຸ່ມຍິງ - ຊາຍ ຂອງລາວ ການສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອປູກຈິດສຳນຶກ ດ້ານການສົ່ງເສິມ ແລະ ສ້າງຜູ້ປະກອບກິດຈະການໄວໜຸ່ມມກາຍເປັນຜູ້ປະກອບການໃນອານາຄົດ, ສົ່ງເສີມຄວາມເຂັ້ມແຂງ ແລະ ສົ່ງເສີມໃຫ້ໄວໜຸ່ມມີທັກສະຄວາມຮູ້ຄວາມມາດຄົ້ນຄິດທຸລະກິດ ນະວັດຕະກຳ ແລະ ສ້າງຄວາມສາມາດໃນການປະກອບອາຊີບ ເພື່ອສົ່ງເສີມໄວໜຸ່ມລາວ ໃຫ້ມີຄວາມຮູ້ ທີ່ສາມາດຕໍ່ຍອດ ໃຫ້ແກ່ນັກສຶກສາຜູ້ທີ່ຢາກມີອາຊີບ ເປັນຜູ້ປະກອບກິດຈະການ ເພື່ອສົ່ງເສີມຜູ້ປະກອບກິດຈະການໄວໜຸ່ມກາຍເປັນຜູ້ປະກອບການໃນອານາຄົດ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ.
    ໂອກາດນີ້ບັນດາທ່ານທີ່ເຂົ້າຮ່ວມກໍ່ໄດ້ປະກອບຄຳຄິດຄໍາເຫັນຢ່າງສ້າງສັນ ເພື່ອສ້າງຄວາມເຂັ້ມແຂງ ແລະ ສົ່ງເສີມ ໃຫ້ໄວໜຸ່ມ ມີທັກສະ ຄວາມຮູ້, ຄວາມສາມາດໃນການປະກອບອາຊີບ ສ້າງໃຫ້ບັນດາໄວໜຸ່ມນັກສຶກສາ ໄດ້ມີໂອກາດສະແດງແນວຄວາມຄິດ,ແລກປ່ຽນປະສົບການ ແລະຮຽນຮູ້ກັບຜູ້ທີ່ປະສົບຜົນສຳເລັດໃນການດໍາເນີນທຸລະກິດມາກ່ອນ ໃນການປະກອບອາຊີບ ແລະ ກໍານົດອະນາຄົດຂອງຕົນ  ເພື່ອຊ່ວຍໃຫ້ນັກສຶກສາຜູ້ທີ່ສົນໃຈຢາກເປັນຜູ້ປະກອບກິດຈະການໃນອະນາຄົດໄດ້ຮຽນຮູ້ ທັກສະ ແລະ ຄວາມຮູ້ພື້ນຖານທີ່ສໍາຄັນໃນການການເລີ່ມຕົ້ນເຮັດທຸລະກິດ.ພ້ອມທັງຈັດກິດຈະກຳຖາມຕອບ ດ້ວຍຄວາມມ່ວນຊື່ນ. ຂ່າວ: ມຸນຕີ