ໃນລະຫວ່າງວັນທີ 5-10 ພຶດສະພາຜ່ານມານີ້ຄະນະຜູ້ແທນເມືອງລອງ ແຂວງຫຼວງນໍ້າທາ ນໍາໂດຍ ສະຫາຍ ຄໍາເພັດ ຈັນທະວົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆລອງ ໄດ້ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງເກີມເຄ ແຂວງຟູເຖາະ ສສ.ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍລະຫວ່າງ ເມືອງລອງ ແລະ ເມືອງເກີມເຄ,ໂດຍໃຫ້ກຽດຕ້ອນຮັບຂອງ ສະຫາຍ ຫງວຽນ ແມັງຮຸ່ງ ກໍາມະການພັກແຂວງ ເລຂາພັກເມືອງ ປະທານສະພາປະຊາຊົນເມືອງ ເກີມເຄ ພ້ອມດ້ວຍຄະນະ ຢູ່ທີ່ອົງການຄະນະກໍາມະການປະຊາຊົນ ເມືອງເກີມເຄດ້ວຍບັນຍາກາດອັນອົບອຸ່ນ ແລະເຕັມໄປດ້ວຍໄມຕີຈິດມິດຕະພາບ,ໃນໂອກາດດັ່ງກ່າວທັງສອງຝ່າຍໄດ້ລາຍງານສະພາບລວມຂອງການພັດທະນາເສດຖະກິດ-ສັງຄົມຂອງ ສອງເມືອງ ໃຫ້ກັບຊາບ, ຮ່ວມກັນປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນຢ່າງຈິງໃຈ ແລະ ກົງໄປກົງມາ ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ເມືອງລອງ ແຂວງຫຼວງນໍ້າທາ ສປປລາວ ແລະ ເມືອງເກີມເຄ ແຂວງຟູເຖາະ ສສ.ຫວຽດນາມ ທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໄປສູ່ລວງເລິກ ໃນທຸກຂົງເຂດວຽກງານ ເປັນຕົ້ນທາງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທໍາ-ສັງຄົມ,ການຕ່າງປະເທດ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ສະເໜີໃຫ້ມີການພົບປະແລກປ່ຽນບົດຮຽນລະຫວ່າງ 2 ຝ່າຍຢ່າງເປັນປົກກະຕິ, ການຮ່ວມມືດ້ານການສຶກສາ, ການຝຶກອົບຮົມດ້ານເຕັກນິກວິຊາຊີບ, ການຮ່ວມມືວຽກງານດ້ານການລົງທຶນ, ການເພີ່ມທະວີ ແລະເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງເມືອງລອງ ແລະ ເມືອງເກີມເຄໃຫ້ແຕກດອກອອກຜົນ ແລະໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ,ສະຫາຍ ຄໍາເພັດ ຈັນທະວົງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ຄະນະພັກເມືອງເກີມເຄ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນຕໍ່ການມາຢ້ຽມຢາມ ຂອງຄະນະຜູ້ແທນເມືອງລອງ ໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລ້ຳຄ່າ ໃຫ້ແກ່ ພັກ-ລັດຖະບານ ສປປລາວເວົ້າລວມ ເວົ້າສະເພາະ ແມ່ນເມືອງລອງ ແຂວງຫຼວງນໍ້າທາ, ພ້ອມທັງສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ຮັດແໜ້ນ ແລະເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ເມືອງລອງ ແຂວງຫຼວງນໍ້າທາ ແລະ ເມືອງເກີມເຄ ແຂວງຟູເຖາະໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍກວ້າງຂວາງກ້າວສູ່ລວງເລິກ ໃນຫຼາຍຂົງເຂດການຮ່ວມມື ຢ່າງມີປະສິດທິຜົນ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມພ້ອມກັນສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ລາວ-ຫວຽດນາມຄົບຮອບ 47 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 62ປີ,ພ້ອມນີ້ຍັງໄດ້ເຊື້ອເຊີນ ສະຫາຍ ຫງວຽນ ແມັ້ງຮຸ່ງ ພ້ອມດ້ວຍຄະນະ ໄປຢ້ຽມຢາມເມືອງລອງ ແຂວງຫຼວງນໍ້າທາ ໃນໂອກາດທີ່ເໝາະສົມ.
ນອກຈາກນັ້ນຄະນະຜູ້ແທນເມືອງລອງ ຍັງໄດ້ເຄື່ອນໄຫວຢ້ຽມຢາມ ການພັດທະນາພື້ນຖານໂຄ່ງລາງ ຂອງເມືອງເກີມເຄ, ຢ້ຽມຢາມຟາມໄກ່, ໂຮງງານອຸດສາຫະກໍາ ໂຕໂຍ ໂລລາ TOYO LOLAR,ພົບປະນັກສຶກສາລາວ ທີ່ວິທະຍາໄລແພດຊັ້ນສູງ ຟູເຖາະ ນອກຈາກນັ້ນຍັງໄດ້ ເຂົ້າພົບປະຮ່ວມມືວຽກງານການຕ່າງປະເທດ ກັບ ສະຫາຍ ຢື ວັນກວ໋າງ ເລຂາໜ່ວຍພັກ ຫົວໜ້າພະແນກ ການຕ່າງປະເທດ ແຂວງ ຟູເຖາະ ພ້ອມດ້ວຍຄະນະຢູ່ທີ່ພະແນກການຕ່າງປະເທດ ແຂວງຟູເຖາະ ພ້ອມກັບເຄື່ອນໄຫວຢ້ຽມຢາມ ຄະນະພັກ-ຄະນະກໍາມະການປະຊາຊົນ ແຂວງເຊິນລາ ແລະ ແຂວງດຽນວຽນຟູ ເພື່ອຮັດແໜ້ນຄວາມສາມັກຄີຕື່ມອີກດ້ວຍ.ຂ່າວ-ພາບ: ອຸທາ ພົນທາວີ