ຫ້ອງການສາທາລະນະສຸກ ເມືອງຄອບ ແຂວງ ໄຊຍະບູລີ ໄດ້ເປີດກອງປະຊຸມຄະນະກໍາມະທິການເພື່ອແມ່ ແລະ ເດັກຂັ້ນເມືອງ ເພຶ່ອຊີ້ແຈງວຽກງານສັກຢາກັນພະຍາດ ໝາກແດງໃຫ່ຍ ໝາກແດງນ້ອຍ ປະຈໍາປີ 2024, ໄດ້ຈັດຂຶ້ນໃນວັນທີ່ 10ພຶດສະພາ 2024 .ທີເມືອງດັ່ງກ່າວ ,ພາຍໃຕ້ການເປັນປະທານຂອງທ່ານ ສະໝັກ ລິດສະຖານ ກໍາມະການປະຈຳພັກເມືອງ ຮອງເຈົ້້າເມືອງ ( ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາສັງຄົມ ),  ທ່ານ ສານ ພິລາກອນ ກໍາມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະກໍາມະທິການຂັ້ນເມືອງ ພ້ອມດ້ວຍພະນັກງານເພດໝໍທີ່ກ່ຽວຂ້ອງເຂົ້າຮ່ວມ.
 ທ່ານ ຄໍາຫຼ້າ ໂສດາແກ້ວ ຄະນະກໍາມະທິການ ເພື່ອແມ່ ແລະ ເດັກຂັ້ນເມືອງນໍາສະເໜີແຜນປະຕິບັດສັກຢາກັນພະຍາດແຫ່ງຊາດໂດຍສະເພາະແມ່ນແຜນການສັກຢາກັນພະຍາດໝາກແດງໃຫ່ຍ ໝາກແດງນ້ອຍປະຈຳປີ 2024.
  ໃນທົ່ວເມືອງມີກຸ່ມເປົ້າໝາຍອາຍຸ 9 ເດືອນ ຫາ5 ປີມີທັງໝົດຈໍານວນ 1749 ຄົນ ໂດຍແບ່ງອອກເປັນ 7 ກຸ່ມ ທັງນີ້ກໍ່ເພຶ່ອເຮັດໃຫ້ການຈັດຕັ້ງປະຕິບັດໄດ້ຮັບຜົນດີໂດຍສະເພາະແມ່ນໃຫ້ເຖິງກຸ່ມເປົ້າໝາຍໃຫ້ໄດ້ຮັບສໍາເລັດຮ້ອຍສ່ວນຮ້ອຍ ພ້ອມດຽວກັນນີ້ຕ້ອງໄດ້ຊຸກຍູ້ສົ່ງເສີມປຸກລະດົມທົ່ວປວງຊົນໃຫ້ມີສ່ວນຮ່ວມໃຫ້ໄດ້ສັກຢາທົ່ວເຖິງໃຫ້ບັນລຸຄາມແຜນທີ່ກຳນົດໄວ້, ການສັກຢາໂດຍເລີ່ມແຕ່ວັນທີ່ 20-30 ພຶດສະພາ 2024ໃຫ້ສຳເລັດ.ພາບ-ຂ່າວ : ທອງແກ້ວ ພອນມະລີ