ໃນໄລຍະ 5 ປີຕໍ່ໜ້າ ການເຕີບໂຕເສດຖະກິດແຂວງບໍລິຄຳໄຊ ຄາດວ່າຈະຂະຫຍາຍຕົວຢູ່ໃນລະຫວ່າງ 4-5%ຊຶ່ງການຂະຫຍາຍຕົວນີ້ສ່ວນໃຫຍ່ແມ່ນມາຈາກການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ໂດຍສະເພາະຈາກຂະແໜງໄຟຟ້າ, ກໍ່ສ້າງ, ຂະແໜງກະສິກຳ ແລະ ບໍລິການ... ຈາກຜົນການສຳຫຼວດສະຖິຕິກະສິກຳທົ່ວປະເທດປີ2010 ແຂວງບໍລິຄຳໄຊມີຄອບຄົວກະສິກຳ 35.000 ຄອບຄົວ ກວມເອົາ 80,83%; ສະນັ້ນ, ແຂວງພວກເຮົາຈຶ່ງໄດ້ທົບທວນ ແລະ ອອກມາດຕະການ ແລະ ນະໂຍບາຍທີ່ຈຳເປັນຄື: ການສົ່ງເສີມການຜະລິດ ສ້າງລາຍຮັບຂອງປະຊາຊົນ ແລະ ກຸ່ມການຜະລິດໄປຕາມຫຼັກການວິທະຍາການ, ເອົາເຕັກນິກວິຊາການເຂົ້າຊ່ວຍຕິດພັນກັບຕະຫຼາດ ເພື່ອເຮັດໃຫ້ສັດສ່ວນຂອງກຳລັງແຮງງານ ສາມາດປະກອບສ່ວນເຂົ້າໃນການຜະລິດ ແລະ ສ້າງລາຍຮັບໃນ
ຂະແໜງດັ່ງກ່າວ.
    ລວມຍອດຜະລິດຕະພັນພາຍໃນ(GPP) ຮອດປີ 2025 ໃຫ້ບັນລຸ 8.815,36 ຕື້ກີບ, ໂຄງປະກອບເສດຖະກິດຂະແໜງກະສິກຳໃຫ້ກວມ 26%; ຂະແໜງອຸດສາຫະກໍາ ແລະ ກໍ່ສ້າງກວມ 46%; ຂະແໜງບໍລິການໃຫ້ກວມ 28%; ລາຍໄດ້ຕໍ່ຫົວຄົນໃຫ້ບັນລຸ 24,87 ລ້ານກີບ ຫຼືເທົ່າກັບ 2.734 ໂດລາຈະສາມາດສ້າງວຽກເຮັດງານທຳໃຫ້ໄດ້ຈຳນວນ 6.000 ຄົນ ແນໃສ່ເຮັດໃຫ້ການຫັນປ່ຽນຈາກຂະແໜງການທີ່ໃຊ້ແຮງງານຫຼາຍ ແຕ່ມູນຄ່າເພີ່ມບໍ່ສູງ ໄປສູ່ຂະແໜງທີ່ນໍາໃຊ້ແຮງງານຄຸນນະພາບ ແລະ ມີຄວາມຮູ້, ຂຶ້ນທະບຽນແຮງງານຜູ້ຕ້ອງການມີວຽກເຮັດງານທຳໃຫ້ໄດ້ 7.000 ຄົນ ສະເລ່ຍ 1.400 ຕໍ່ປີ. ສິ່ງສຳຄັນຕ້ອງສືບຕໍ່ປັບປຸງພັດທະນາແຫຼ່ງທ່ອງທ່ຽວທີ່ມີ ເພື່ອອໍານວຍຄວາມສະດວກ ແລະ ບໍລິການທ່ອງທ່ຽວໂດຍສະເພາະສົ່ງເສີມການທ່ອງທ່ຽວພາຍໃນ ດ້ວຍການສະໜັບສະໜູນຄວາມສະດວກໃນການຄົມມະນາຄົມເປັນພື້ນຖານເຊັ່ນ: ເສັ້ນທາງເຂົ້າເຖິງ, ຄຸ້ມຄອງດ້ານລາຄາອາຫານ, ເຮືອນພັກ, ໂຮງແຮມ... ສາມາດໃຫ້ຜູ້ມີລາຍຮັບຕໍ່າແລະປານກາງໃຊ້ບໍລິການໄດ້,ສ້າງສິ່ງເອື້ອອໍານວຍຄວາມສະດວກໃນການແຂ່ງຂັນຂອງບັນດາທຸລະກິດໂດຍມີຈຸດລວມສູນດ້ານບໍລິການຂອງພາກລັດໃນຈຸດດຽວ ເພື່ອສ້າງບັນຍາກາດໃນການດຶງດູດການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດດ້ວຍກົນໄກສ້າງຕັ້ງຫ້ອງການບໍລິການດ້ານເອກະສານຜ່ານລະບົບປະຕູດຽວຂອງແຂວງ.
    ນີ້ແມ່ນໜຶ່ງໃນເປົ້າໝາຍ ແລະ ວຽກງານຈຸດສຸມຂອງແຜນການ 5 ປີ ຄັ້ງທີ V (2021-2025) ຂອງແຂວງບໍລິຄຳໄຊ ຊຶ່ງເປົ້າໝາຍທີ 1:ເສດຖະກິດຂອງແຂວງເຕີບໂຕຢ່າງມີຄຸນນະພາບ ແລະ ຕາມທິດສົມດຸນເທື່ອລະກ້າວ ເພື່ອປັບປຸງຫັນປ່ຽນໂຄງປະກອບ ແລະ ສ້າງຄວາມຫຼາກຫຼາຍຂອງເສດຖະກິດ ແນໃສ່ເພີ່ມທະວີຄວາມສາມາດແລະ ສະມັດຖະພາບໃນການຜະລິດ ຄຽງຄູ່ກັບການຫຼຸດຜ່ອນຄວາມບອບບາງດ້ານເສດຖະກິດ ເພື່ອຮັບປະກັນການເຕີບໂຕຕາມທິດສີຂຽວ ແລະ ສົມດູນ, ພະຍາຍາມເຮັດໃຫ້ທຸກຄົນໄດ້ຮັບຜົນປະໂຫຍດຈາກການພັດທະນາຢ່າງຍືນຍົງ.
ຂ່າວ: ພູວັນ