ຂະແໜງປູກຝັງທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ ປະຈໍາແຂວງຄໍາມ່ວນໃຫ້ຮູ້ວ່າ : ໃນລະດູການຜະລິດພືດລະດູແລ້ງປະຈໍາສົກປີ 2023 – 2024 ທົ່ວແຂວງມີເນື້ອທີ່ແຜນການທໍາການຜະລິດທັງໝົດ 10.311 ເຮັກຕາ , ຄາດຄະເນຜົນຜະລິດໃຫ້ໄດ້ 54.380 ໂຕນ . ໃນນີ້ເນື້ອທີ່ປູກພືດເພື່ອເປັນສະບຽງອາຫານ 3.661 ເຮັກຕາ , ຄາດຄະເນຜົນຜະລິດ 18.909 ເຮັກຕາ , ເນື້ອທີ່ປູກພືດເພື່ອເປັນສິນຄ້າ 6.650 ເຮັກຕາ , ຄາດຄະເນຜົນຜະລິດ 35.921 ເຮັກຕາ .
ຜ່ານການຈັດຕັ້ງປະຕິບັດຕົວຈິງເນື້ອທີ່ປູກພືດລວມທົ່ວແຂວງສາມາດບັນລຸໃນເນື້ອທີ່ 9.840 ເຮັກຕາ , ໃນນີ້ເນື້ອທີ່ປູກພືດເພື່ອເປັນສະບຽງອາຫານປະຕິບັດໄດ້ 3.449 ເຮັກຕາ , ເນື້ອທີ່ປູກພືດເພື່ອເປັນສິນຄ້າປະຕິບັດໄດ້ 6.286 ເຮັກຕາ .
ມາຮອດປະຈຸບັນສາມາດເກັບກູ້ຜົນຜະລິດ ( ພືດລວມ ) ໄດ້ແລ້ວ 3.880 ເຮັກຕາ ເທົ່າກັບ 39 % ຂອງເນື້ອທີ່ປູກຕົວຈິງ , ໃນນັ້ນເນື້ອທີ່ປູກພືດເພື່ອເປັນສະບຽງອາຫານເກັບກູ້ໄດ້ 1.214 ເຮັກຕາເທົ່າກັບ 35 % ຂອງເນື້ອທີ່ປູກຕົວຈິງ ,ເນື້ອທີ່ປູກພືດເພື່ອເປັນສິນຄ້າເກັບກູ້ໄດ້ 1.960 ເຮັກຕາ ເທົ່າກັບ 31% ຂອງເນື້ອທີ່ປູກຕົວຈິງ . 
ສ່ວນວ່າເມືອງທີ່ປະຕິບັດເນື້ອທີ່ປູກພືດລະດູແລ້ງໄດ້ຫຼາຍກວ່າໝູ່ແມ່ນເມືອງທ່າແຂກ , ເມືອງໜອງບົກ ແລະ ເມືອງຫີນບູນ , ຄາດວ່າການເກັບກູ້ພືດລະດູແລ້ງໃນທົ່ວແຂວງຈະໃຫ້ສໍາເລັດໃນຕົ້ນເດືອນມິຖຸນາ 2024 ນີ້
 ຂ່າວ-ພາບ : ແດງສະຫວັດ ແສນພານິດ .