ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາຄະນະບໍລິຫານງານພັກແຂວງຈຳປາສັກ ຫົວໜ້າຄະນະຈັດຕັ້ງແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດພັກ-ພະນັກງານ ໄດ້ກ່າວວ່າ: ໂດຍປະຕິບັດຕາມຂໍ້ຕົກລົງຂອງຄະນະປະຈຳພັກແຂວງວ່າດ້ວຍ ການອະນຸມັດການດຳເນີນກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ການນຳພາຂອງພັກ, ໃຫ້ແກ່ສຳນັກງານ, ກົມກອງ, ຮາກ ຖານບ້ານ-ກຸ່ມບ້ານໃນທົ່ວແຂວງ ຈຳປາສັກ, ກອງປະຊຸມຝຶກອົບຮົມຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍ, ຄວາມສຳຄັນຫຼາຍທີ່ພາຍຫຼັງພວກເຮົາໄດ້ດຳເນີນການຜັນຂະຫຍາຍການຈັດຕັ້ງປະຕິບັດ, ບັນດານິຕິກຳຂອງສູນກາງພັກ ແລະ ນິຕິກຳຂອງແຂວງ ກໍ່ຄືການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃນທົ່ວແຂວງ ຈຳປາສັກຂອງພວກເຮົາເຊິ່ງມາຮອດປະຈຸບັນນີ້ບັນດາບ້ານ, ກຸ່ມບ້ານ, ສຳນັກງານ-ກົມກອງຕ່າງໆກໍ່ໄດ້ສຳເລັດຕາມແຜນການ ດັ່ງນັ້ນເພື່ອເປັນການຕອບສະໜອງໃຫ້ແກ່ການປະຕິບັດໜ້າທີ່ການເມືອງ ກໍ່ຄືໜ້າທີ່ຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ ມັນມີຄວາມຮຽກຮ້ອງຕ້ອງການທີ່ຈຳເປັນພາວະວິໃສຈິ່ງຕ້ອງໄດ້ມີການຝຶກອົບຮົມ-ສໍາມະນາສ້າງຄວາມຮັບຮູ້ເຂົ້າໃຈຄືນກ່ຽວກັບແນວທາງນະໂຍບາຍ, ມະຕິ, ຄຳສັງຕ່າງໆເພື່ອໃຫ້ຄະນະພັກແຕ່ລະຂັ້ນໄດ້ຮັບຮູ້ເຂົ້າໃຈກຳແໜ້ນສາມາດນຳໄປຈັດຕັ້ງປະຕິບັດໄດ້ຖືກ ຕ້ອງຕາມລະບຽບຫຼັກການນຳພາຂອງພັກ ແລະຮຽກຮ້ອງມາຍັງຜູ້ເຂົ້າຮ່ວມຝຶກອົບຮົມຄັ້ງນີ້, ຈົ່ງເອົາໃຈໃສ່ໃນການປະຕິບັດໂມງເວລາໃນການຝຶກອົບຮົມ, ພ້ອມນັ້ນກໍ່ຕ້ອງເອົາໃຈໃສ່ໃນການຄົ້ນຄວ້າປະກອບຄຳຄິດ-ຄຳເຫັນໃສ່ຫົວຂໍ້ຕ່າງໆໃນການຝຶກອົບຮົມ ເພື່ອເປັນການຍົກສູງຄວາມຮູ້, ຄວາມສາມາດໃນການນຳພາຂອງການບໍລິ ຫານ-ການຄຸ້ມຄອງທີ່ຢູ່ໃນຂະແໜງການຂອງຕົນກໍ່ຄືຢູ່ໃນຮາກຖານບ້ານທີ່ຕົນຮັບຜິດຊອບມັນເປັນເລື່ອງທີ່ມີຄວາມໝາຍ, ຄວາມສຳຄັນຫຼາຍ
ຫົວຂໍ້ທີ່ນຳມາຝຶກອົບຮົມໃນຄັ້ງນີ້ມີຄື: ທັດສະ ນະຂອງພັກປະຊາຊົນປະຕິວັດລາວຕໍ່ວຽກງານກໍ່ສ້າງພັກ, ຂໍ້ກໍານົດຂອງກົມການເມືອງສູນກາງພັກ ເລກທີ 03/ກມສພ,ລົງວັນທີ 26/6/2012 ວ່າດ້ວຍຄວາມຮັບຜິດຊອບຂອງພະນັກງານນໍາພາ-ຄຸ້ມຄອງຕໍ່ການປະຕິບັດໜ້າທີ່ການເມືອງ, ທີ່ຕັ້ງ, ພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ແບບແຜນວິທີເຮັດວຽກຂອງຄະນະພັກຮາກ ຖານບ້ານ-ກຸ່ມບ້ານ, ບ້ານໃຫ່ຍ, ໜ່ວຍພັກບ້ານໃນຕົວເມືອງ, ໜ່ວຍພັກທົ່ງພຽງ, ຍົກສູງຄຸນ ນະພາບການຈັດຕັ້ງຮາກຖານພັກ ຕິດພັນກັບການເພີ້ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ແນະນໍາການຂຽນບົດການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່  ແນະນຳຮ່າງແບບຟອມໃນການຂຽນໃບຄຳຮ້ອງຂໍເຂົ້າເປັນສະມາຊິກພັກ, ປະຫວັດ, ຮ່າງມະຕິຕົກລົງຕ່າງໆ, ເພີ່ມທະວີວຽກງານຄຸ້ມຄອງ ແລະ ລະບຽບການຍົກຍ້າຍຮ່ວມຊີວິດພັກ, ວຽກງານປ້ອງກັນພັກ-ພະນັກງານໃນໄລຍະໃໝ່, ແບບແຜນວິທີນຳພາ ແລະ ຫຼັກການລວມສູນປະຊາທິປະໄຕພາຍໃນພັກ, ການດໍາເນີນຊີວິດໜ່ວຍພັກຕິດພັນກັບການຄຸ້ມຄອງການເງິນຂອງພັກ, ເອກະສານອອກບັດ-ມອບບັດໃຫ້ສະມາ ຊິກພັກສົມບູນຂອງພັກ, ທັດສະນະຂອງພັກຕໍ່ພະນັກງານ ແລະ ວຽກພະນັກງານ, ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຂອງພັກ, ມາດຖານສ້າງບ້ານປ້ອມໝັ້ນ ແລະ ກຸ່ມບ້ານສູ້ຮົບຕິດລ່ຽນ, ການກໍ່ສ້າງ ແລະ ການເຄື່ອນໄຫວສູ້ຮົບຂອງບັນດາບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລ່ຽນ, ຄວາມຮູ້ພື້ນຖານວຽກງານກວດກາ, ບົດແນະນໍາ ຂອງຄະນະກວດກາສູນກາງພັກ ສະບັບເລກທີ 194/ຄກລພ, ລົງວັນທີ 08 ກໍລະກົດ 2021 ວ່າດ້ວຍການຈັດຕັ້ງປະຕິບັດກົດລະບັບພັກ ສະໄໝທີ XI  ກ່ຽວກັບວຽກງານຕິດຕາມ, ກວດກາຂອງພັກ, ຄະນະກວດກາພັກ ແລະ ຄະນະວິໄນຂອງພັກແຕ່ລະຂັ້ນ, ຂໍ້ຕົກລົງ ຂອງກະຊວງພາຍໃນ ສະບັບເລກທີ 649/ພນ, ລົງວັນທີ 24 ສິງຫາ 2016 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການປົກຄອງບ້ານ, ຄໍາແນະນໍາ ຂອງກະຊວງພາຍໃນ ສະບັບເລກທີ 10/ພນ, ລົງວັນທີ 24 ສິງຫາ 2016 ກ່ຽວກັບການສ້າງກົດລະບຽບບ້ານ ແລະ ຂໍ້ຕົກລົງ ຂອງກະຊວງພາຍໃນ ແລະ ຂໍ້ຕົກລົງ ຂອງກະຊວງພາຍໃນ ສະບັບ ເລກທີ 969/ພນ,ລົງວັນທີ 26 ທັນວາ 2016 ວ່າດ້ວຍມາດຕະຖານບ້ານໜັກແໜ້ນ , ເຂັ້ມແຂງ ແລະ ຄຳແນະນຳ ການແບ່ງຂັ້ນຄຸ້ມຄອງການຈັດເກັບລາຍຮັບພູດທ້ອງຖິ່ນປີ 2024 ສະບັບເລກທີ 02/ຈຂ.ຈສ ລົງວັນທີ25 ມັງກອນ 2024 ແລະ ຄໍາແນະນໍາເພິ່ມເຕີມ ຂອງກະຊວງການເງິນ ສະບັບ ເລກທີ 0659/ກງ, ລົງວັນທີ 21 ກຸມພາ 2024 ກ່ຽວກັບການແບ່ງຜົນປະໂຫຍດ (ເງິນບໍາເນັດ) ຄ່າປັບໃໝໃຫ້ແກ່ ການຈັດຕັ້ງທີ່ມີສ່ວນ ຮ່ວມໃນການຈັດເກັບຄ່າທຳນຽມທາງ, ອາກອນທີ່ດິນ ( ພາສີທີ່ດິນ ) ແລະ ອາກອນລາຍໄດ້ຈາກການຊື້ຂາຍ ແລະ ໂອນກໍາມະສິດທີ່ດິນ.
   ພິທີດັ່ງກ່າວ ໄດ້ໄຂຂື້ນເມື່ອບໍ່ດົນມານີ້ ຢູ່ທີ່ສະໂມສອນຂອງເມືອງມຸນລະປາໂມກ ໂດຍການເຂົ້າຮ່ວມຂອງສະຫາຍ ວັນນະສັກ ຊາດຕະກຸນ ເລຂາພັກເມືອງ ເຈົ້າເມືອງໆມຸນລະປາໂມກຂ່າວ: ສິດຕາ ເພັດວົງສາ