ພິທີປະກາດບ້ານດອນສະຫວັນ, ບ້ານຮົົ່ມເຢັນ, ບ້ານດອນທາດ ແລະ ບ້ານສີທາດ ເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໄດ້ຈັດຂຶ້ນໃນວັນທີ 10 ພຶດສະພາ 2024 ນີ້, ຢູ່ທີ່ ບ້ານດອນສະຫວັນ, ໂດຍການເປັນປະທານຂອງ ທ່ານ ຄຳແຍງ ຄອນໄຊຍະກິດ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໆຕົ້ນເຜິ້ງ ແຂວງບໍ່ແກ້ວ, ທ່ານ ພັນເອກ ບຸນຈັນ ສີທະບຸນ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ-ເມືອງ ພະແນກກໍ່ສ້າງຮາກຖານ, ອຳນາດການປົກຄອງບ້ານແລະ ປະຊາຊົນບັນດາເຜົ່າ 4 ບ້ານເຂົ້າຮ່ວມ. 
ໃນພິທີ ທ່ານ ພັນໂທ ແສງອາລຸນ ພິມມະສອນ ຫົວໜ້າການເມືອງກອງບັນຊາການທະຫານເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ໄດ້ຕ່າງໜ້າໃຫ້ 4 ບ້ານ ຂຶ້ນສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດ ເຂັ້ມແຂງ ໃນໄລຍະຜ່ານມາວ່າ: ຄະນະພັກອໍານາດການປົກຄອງແຕ່ລະບ້ານໄດ້ມີການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງດໍາເນີນແຜນການສ້າງບ້ານ ແລະ ຄອບຄົວປ້ອງກັນຊາດເຂັ້ມແຂງໃຫ້ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ ນຳພາແນວຄິດເປັນກົກ ດ້ວຍການນຳເອົາມະຕິຄຳສັ່ງຕ່າງໆ ຂອງພັກ, ກົດໝາຍຂອງລັດ, ເອກະສານກ່ຽວກັບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມາຈັດຕັ້ງເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າໄດ້ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ, ມີຄວາມສະດຸ້ງໄວຕື່ນຕົວປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງຕັ້ງໜ້າ, ເປັນເຈົ້າການຕິດຕາມສະພາບກຸ່ມຄົນທີ່ບໍ່ຫວັງດີພາຍໃນບ້ານ ແລະ ຂອບເຂດຂອງຕົນຮັບຜິດຊອບ ແລະ ສາມາດແກ້ໄຂສະພາບໄດ້ທັນເວລາ. ບ້ານດອນສະຫວັນ, ບ້ານຮົົ່ມເຢັນ, ບ້ານດອນທາດ ແລະ ບ້ານສີທາດ ມີ ພົນລະເມືອງທັງໝົດ 4.653 ຄົນ, ຍິງ 2.288 ຄົນ, ມີ 742 ຫຼັງຄາເຮືອນ, ມີ 758 ຄອບຄົວ, ປະກອບມີ 2 ຊົນເຜົ່າໃຫຍ່ຄື: ເຜົ່າລາວລຸ່ມ ແລະ ເຜົ່າລາວສູງ. ບ້ານມີລະບົບການຈັດຕັ້ງຄົບຊຸດ, ມີທ່າແຮງບົ່ມຊ້ອນຫຼາຍດ້ານທີ່ເປັນເງື່ອນໄຂຂໍ້ສະດວກໃນການພັດທະນາເສດຖະກິດ-ສັງຄົມເຮັດໃຫ້ບ້ານໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ ເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ. ຜ່ານການລົງເກັບກໍາຂໍ້ມູນ ແລະ ປະເມີນຜົນຂອງໜ່ວຍງານທີ່ກ່ຽວຂ້ອງເຫັນວ່າ: 4 ບ້ານ ສາມາດປະຕິບັດໄດ້ຕາມມາດຖານເງື່ອນໄຂກວມເອົາ 92% ໃນຈໍານວນ 758 ຄອບຄົວ, ສາມາດຢັ້ງຢືນໃຫ້ບ້ານດອນສະຫວັນ, ບ້ານຮົົ່ມເຢັນ, ບ້ານດອນທາດ ແລະ ບ້ານສີທາດ ເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງບ້ານ ທີ 10,11,12,13 ຂອງເມືອງຕົ້ນເຜິ້ງ ແລະ ເປັນບ້ານທີ 39,40,41,42 ຂອງແຂວງບໍ່ແກ້ວ ເປັນຄອບຄົວ ແລະ ບ້ານປ້ອງກັນຊາດ ເຂັ້ມແຂງ. ໃນພິທີ ຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ແລະ ຂໍ້ຕົລົງຂອງກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການຢັ້ງຢືນ ແລະ ຮັບຮອງເອົາ 4 ບ້ານທີ່ຂຶ້ນກັບເມືອງຕົ້ນເຜິ້ງ ເປັນບ້ານປ້ອງກັນຊາດເຂັ້ມແຂງ ພ້ອມທັງມອບໃບຢັ້ງຢືນໃຫ້ແກ່ຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງຢ່າງສົມກຽດ. ຈາກນັ້ນ ທ່ານ ຄຳແຍງ ຄອນໄຊຍະກິດ ກຳມະການພັກເມືອງ, ເລຂາພັກເມືອງ ເຈົ້າເມືອງໆຕົ້ນເຜິ້ງ ແຂວງບໍ່ແກ້ວພ້ອມຄະນະ ກໍໄດ້ຮ່ວມກັນເປີດປ້າຍບ້ານປ້ອງກັນຊາດເຂັ້ມແຂງ ແລະ ລັ່ນຄ້ອງ 9 ບາດເພື່ອເປັນສິລິມຸງຄຸນ.
(ຂ່າວ: ວໍລະສິດ ພິດສະຫາຍ)