ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໂອ້ລົມພະນັກງານຫຼັກແຫຼ່ງທົ່ວອົງການໄອຍະການປະຊາຊົນແຂວງໄຊສົມບູນ ຢູ່ທີ່ສະໂມສອນເຈົ້າອະນຸວົງ, ເນື່ອງໃນໂອກາດລົງມາເຄື່ອນໄຫວຊຸກຍູ້ວຽກງານໄອຍະການປະຊາຊົນ ຢູ່ 3 ແຂວງຄື: ແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຫົວພັນ ລະຫວ່າງວັນທີ 12-17 ພຶດສະພາ 2024ນີ້, ໂດຍມີທ່ານຮັກສາການຫົວໜ້າຫ້ອງການ, ຫົວ
ໜ້າກົມ, ຮອງກົມ, ຫົວໜ້າ-ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມໃນຄັ້ງນີ້.
ໃນໂອກາດດັ່ງກ່າວ ທ່ານ ຄໍາເພັດ ດວງມາລາ ກໍາມະການພັກແຂວງ, ຫົວໜ້າອົງການໄອຍະການປະຊາຊົນແຂວງໄຊສົມບູນ ໄດ້ຂຶ້ນຜ່ານບົດສະຫຼຸບການປະຕິບັດໜ້າທີ່ວຽກງານ ປະຈໍາປີ 2023 ແລະ ທິດທາງປະຈໍາ 6 ເດືອນ ປີ 2024,ໃນໜຶ່ງປີຜ່ານມາ ອົງການໄອຍະການປະຊາຊົນແຂວງໄຊສົມບູນ ໄດ້ຮັບສໍານວນຄະດີຢາເສບຕິດ ທັງໜົດ 39 ເລື່ອງ, ແກ້ໄຂໄດ້ 39 ເລື່ອງເທົ່າກັບ 100%, ໄດ້ເຂົ້າຮ່ວມຖະແຫຼງຄະດີຢາເສບຕິດທີ່ປະຊຸມສານ 24 ເລື່ອງ,ສານຕັດສິນເອົາຕາມຄໍາຖະແຫຼງ 23 ເລື່ອງ, ໄດ້ສະເໜີຄັດຄານຄໍາຕັດສິນຂອງສານ 1 ເລື່ອງ. ຄະດີອາຍາມີທັງໜົດ 257 ເລື່ອງ, ຄ້າງມາ 202 ເລື່ອງ, ຄະດີເຂົ້າ
ໃໜ່ 55 ເລື່ອງ, ແກ້ໄຂໄດ້ 14 ເລື່ອງ, ພວມຈັດຕັ້ງປະຕິບັດ 243 ເລື່ອງ, ຄະດີບໍ່ສາມາດຈັດຕັ້ງປະຕິບັດໄດ້ 13 ເລື່ອງ. ສໍາລັບຄະດີແພ່ງລວມທັງໜົດ 40 ເລື່ອງ,ຄ້າງມາ 28 ເລື່ອງ, ເຂົ້າໃໜ່ 6 ເລື່່ອງ, ປະຕິບັດສໍາເລັດ 6 ເລື່ຶອງ, ພວມຈັດຕັ້ງປະຕິບັດ 36 ເລື່ອງ,ຈາກນັ້ນອົງການໄອຍະການປະຊາຊົນແຂວງໄຊສົມບູນ ແລະ ເຂດ ໄດ້ເອົາໃຈໃສ່ປະສານສົມທົບກັບເຈົ້າໜ້າທີ່ໆກ່ຽວຂ້ອງເພື່ອກວດກາການ
ນໍາໃຊ້ ວິທີການສືບສວນ-ສອບສວນ ແລະ ການນໍາໃຊ້ມາດຕະການສະກັດກັ້ນດັ່ງນີ້: ໄດ້ອອກຄໍາແນະນໍາ 74 ສະບັບ, ຄໍາສັ່ງກັກຂັງພາງ 123 ສະບັບ, ຄໍາສັ່ງຕໍ່ການກັກຂັງພາງ 157 ສະບັບ, ຄໍາສັ່ງຈັບຕົວ 22 ສະບັບ, ຄໍາສັ່ງປ່ອຍຕົວພາງ 7ສະບັບ, ຄໍາສັ່ງຊັດມ້ຽນຄະດີ 2 ສະບັບ, ຄໍາສັ່ງກວດຄົ້ນເຄຫາສະຖານ 23 ສະບັບ, ໜາຍຮຽກ 10 ສະບັບ ແລະ ໄດ້ເປີດກອງປະຊຸມຮ່ວມເພື່ອປຶກສາຫາລືການແກ້ໄຂຄະດີໄດ້ 14 ຄັ້ງ. ຈາກນັ້ນທ່ານຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ, ທ່ານຮອງຫົວໜ້າກົມຕິດຕາມກວດກາການດໍາເນີນຄະດີອາຍາ ແລະ ທ່ານຮັກສາການຫົວໜ້າຫ້ອງການ ອົງການໄອຍະການປະຊາຊົນສູງສຸດກໍ່ໄດ້ຂຶ້ນມີຄໍາເຫັນແລກປ່ຽນເພື່ອເຮັດໃຫ້ຂົງເຂດວຽກງານໄອຍະການປະຊາຊົນເຂົ້າສູ່ລ່ວງເລີກ.
ໃນໂອກາດອັນສໍາຄັນນີ້, ທ່ານຮອງຫົວໜ້າອອປສກໍ່ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນທ່ານສະແດງຄວາມຊົມເຊີຍຕໍ່ການຊີ້ນໍາໆພາວຽກງານໃນໄລຍະຜ່ານມາຂອງຄະນະນໍາ ອົງການໄອຍະການປະຊາຊົນແຂວງໄຊສົມບູນ ເຫັນວ່າສາມາດຍາດໄດ້ຜົນງານ ແລະ ມີຜົນສໍາເລັດໃນຫຼາຍດ້ານ. ຄຽງຄູ່ກັບຜົນງານທີ່ຍາດມາໄດ້ນັ້ນ ແຕ່ຕ້ອງໄດ້ພ້ອມກັນເອົາຕື່ມ: ໃຫ້ຄະນະນໍາອົງການໄອຍະການປະຊາຊົນ ແຂວງ ຕ້ອງຖຶສໍາຄັນວຽກງານສຶກສາອົບຮົມການເມືອງແນວຄິດພະນັກງານ ຢ່າງເລິກເຊີ່ງເປັນປົກກະຕິຕໍ່ເນື່ອງ, ມີຄວາມອຸ່ນອ່ຽນ, ທຸ່ນທ່ຽງ ຮ່ວມແຮງຮ່ວມໃຈຊ່ວຍເຫຼືອອົງການໄອຍະການແຂວງ-ເຂດ ພ້ອມກັນສ້າງຜົນງານ, ສຶບຕໍ່ວຽກງານການຄຸ້ມຄອງນໍາພາພະນັກງານ ໂດຍຕິດພັນກັບການຊັບຊ້ອນ, ບັນຈຸ, ໂຍກຍ້າຍ, ແຕ່ງຕັ້ງ ຊຶ່ງແມ່ນອົງການໄອຍະການສູງສຸດເປັນຜູ້ຈັດຕັ້ງປະຕິບັດ, ສ້າງກົນໄກປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ໂດຍມີການປະຊຸມສ່ອງແສງລາຍງານ, ສືບຕໍ່ແກ້ໄຂບັນຫາຄໍາຮ້ອງຟ້ອງ ຕິດພັນກັບວາລະແຫ່ງຊາດ ໃນບັນຫາບັນຫາຢາເສບຕິດ, ສຶບຕໍ່ເຮັດໜ້າທີ່ວຽກງານກວດກາທົ່ວໄປ ພ້ອມທັງສ້າງຄວາມເຂັ້ມ ແຂງໃຫ້ແກ່ພະນັກງານ.
ໃນໂອກາດດຽວກັນ ທ່ານ ບຸນທ່ຽງ ວິໄລວົງ ຮັກສາການຫົວໜ້າຫ້ອງການອົງການໄອຍະການປະຊາຊົນສູງສຸດ ກໍ່ໄດ້ມອບຄອມພິເຕີ ຈໍານວນ 2 ຊຸດ ໃຫ້ແກ່ອົງການໄອຍະການປະຊາຊົນແຂວງໄຊສົມບູນ ເພື່ອນໍາໃຊ້ເຂົ້າໃນວຽກງານໃຫ້ມີຄວາມສະດວກ ວ່ອງໄວທັນການ.(ຂ່າວ: ວົງເດືອນ)