ໃນເຊົ້າວັນທີ 10 ພຶດສະພາ, ທີ່ຫ້ອງປະຊຸມຫ້ອງວ່າການນະຄອນໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ, ຫ້ອງການສາທາລະນະສຸກນະຄອນ ໄດ້ຈັດກອງປະຊຸມຊີ້ແຈງໃຫ້ພະນັກງານຂັ້ນນະຄອນ ສໍາລັບ ວສຊ ໃຫ້ວັກຊິນປ້ອງກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍໃນທົ່ວນະຄອນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ວັນນາລີ ແກ້ວຫານາມ ຮອງເຈົ້ານະຄອນໄກສອນ ພົມວິຫານ, ທ່ານ ນາງ ນາງ ເກດສະພອນ ຍາດຕິວົງ ຮອງຫົວໜ້າພະແນກສາທາແຂວງສະຫວັນນະເຂດ, ທ່ານ ນາງ ວິໄລຢາ ຊະນະວົງໄຊ ຫົວໜ້າຫ້ອງການສາທາລະນະສຸກນະຄອນ ພ້ອມຄະນະ ຈາກນີ້ກໍ່ມີບັນດາທ່ານໃນຄະນະກໍາມະການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະແມ່-ເດັກ(ຄມດ)ຂັ້ນນະຄອນ,  ຄະນະໂຮງໝໍນ້ອຍ11 ແຫ່ງ ແລະພະນັກງານວິຊາການເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ຈະໄດ້ຮັບຟັງການຊີ້ແຈງກ່ຽວກັບການລະບາດວິທະຍາຂອງພະຍາດໝາກແດງໃຫຍ່-ນ້ອຍ, ພະຍາດທີ່ປ້ອງກັນດ້ວຍວັກຊິນ, ລວມເຖິງການວາງແຜນຈັດຕັ້ງປະຕິບັດວຽກງານ ວສຊ(ຂະບວນການວັນສັກຢາກັນພະຍາດແຫ່ງຊາດ) ຢູ່ນະຄອນໄກສອນ ພົມວິຫານ ຊຶ່ງຈະໄດ້ເລີ່ມຈັດຕັ້ງປະຕິບັດໃນລະຫວ່າງວັນທີ 15-31 ພຶດສະພາ 2024 ໃຫ້ສໍາເລັດ, ນອກຈາກນີ້ ໃນພິທີ ກໍ່ຍັງໄດ້ມີການປະກອບຄໍາເຫັນຄົ້ນຄວ້າປຶກສາຫາລືກັນຮ່ວມ ເພື່ອລະດົມແນວຄິດ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂະບວນການດັ່ງກ່າວນີ້ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີຜົນສໍາເລັດຕາມລະດັບຄາດໝາຍ.
ທ່ານ ນາງ ວັນນາລີ ແກ້ວຫານາມ ໄດ້ມີຄຳເຫັນ ແລະໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ຄກມດ ຂັ້ນນະຄອນ, ບ້ານ ຊຸກຍູ້ ແລະປຸກລະດົມປະຊາຊົນໃນແຕ່ລະບ້ານ ໃຫ້ໄດ້ຮັບວັກຊິນກວມເອົາ 95% ນຳທີມແພດເຄື່ອນທີ່ ກໍ່ຄືໃນສຸກສາລາ ແລະໂຮງໝໍໃກ້ບ້ານ ຈາກນີ້, ຂະແໜງສຶກສາ ຕ້ອງຊ່ວຍປຸກລະດົມຜູ້ປົກຄອງເດັກ, ຄູໂຮງຮຽນລ້ຽງເດັກ-ອະນຸບານ ໃຫ້ເດັກລຸ່ມ 5 ປີ ໄດ້ຮັບວັກຊິນ 95% ຂຶ້ນໄປ./ຂ່າວ:ສະຫວັນນະເຂດ .