ກອງປະຊຸມພາກພື້ນອາຊີຕາເວັນອອກສ່ຽງໃຕ້ກ່ຽວກັບການຮັບປະກັນການເຂົ້າເຖິງຄຸນນະພາບຂອງການດູແລ ແລະ ການສຶກສາເດັກກ່ອນໄວຮຽນໄດ້ຈັດຂຶ້ນໃນວັນທີ 14 ພຶດສະພານີ້ທີ່ໂຮງແຮມແລນມາກແມ່ຂອງລີເວີໄຊ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ສີພາພອນ ມະນີວົງ ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາແຫ່ງ ສປປ ລາວ, ທ່ານ ໂຣເຈີ ຢັບຈາວຜູ້ຊ່ວຍຜູ້ອໍານວຍການຫົວໜ້າພະແນກການສຶກສາຊາວໜຸ່ມ ແລະ ກິລາກອງເລຂາອາຊຽນ, ມີບັນດາຫົວໜ້າຄະນະຜູ້ແທນປະເທດສະມາຊິກອາຊຽນ ແລະ ຕີມໍເລສເຕ, ຕາງໜ້າຄູ່ຮ່ວມພັດທະນາພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 
ທ່ານນາງ ສີພາພອນ ມະນີວົງ ກ່າວວ່າ: ກອງປະຊຸມຄັ້ງນີ້ເປັນກອງປະຊຸມລະດັບວິຊາການຂອງອາຊຽນເພື່ອກະກຽມກອງປະຊຸມລັດຖະມົນຕີສຶກສາອາຊຽນກ່ຽວກັບວຽກງານການດູແລ ແລະ ການສຶກສາເດັກກ່ອນໄວຮຽນ. ພ້ອມນີ້, ຍັງເປັນເວທີຊ່ວຍໃຫ້ພວກເຮົາປັບປຸງ ແລະ ຮຽນຮູ້ຈາກປະສົບການຊຶ່ງກັນ ແລະ ກັນກ່ຽວກັບການດູແລ ແລະ ການສຶກສາເດັກກ່ອນໄວຮຽນ ເພື່ອເຮັດວຽກພັດທະນາທີ່ດີກວ່າຂອງເດັກນ້ອຍພວກເຮົາເຊັ່ນດຽວກັນກັບການບັນລຸແຜນພັດທະນາເສດຖະກິດ-ສັງຄົມ (SDG 4.2)ໃນປີ 2030. ກອງປະຊຸມຍັງໄດ້ຜັນຂະຫຍາຍຖະແຫຼງການຂອງສາກົນກ່ຽວກັບການດູແລ ແລະ ການສຶກສາເດັກກ່ອນໄວຮຽນທີ່ປະກາດໃນປີ 2022 ແລະ ສືບຕໍ່ຜັນຂະຫຍາຍຖະແຫຼງການຂອງລັດຖະມົນຕີອາຊຽນກ່ຽວກັບການດູແລ ແລະ ສຶກສາເດັກກ່ອນໄວຮຽນຢູ່ໃນອາຊຽນທີ່ໄດ້ປະຊຸມກັນໃນປີ 2023 ຜ່ານມາ ພ້ອມທັງເປັນການເຕົ້າໂຮມເອົາບັນດາວິຊາການ, ຜູ້ຊ່ຽວຊານ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນຕ່າງໆທີ່ເຮັດວຽກກ່ຽວກັບການສຶກສາເດັກກ່ອນໄວຮຽນ ໂດຍສະເພາະລະດັບຜູ້ອໍານວຍການໂຮງຮຽນລ້ຽງເດັກອະນຸບານ, ບັນດາພາກສ່ວນທີ່ກ່ຽວຂ້ອງ, ຄູ່ຮ່ວມພັດທະນາ ແລະ ບັນດາອົງການທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເບິ່ງແຍງໂຄງການເດັກກ່ອນໄວຮຽນ.
ກອງປະຊຸມຄັ້ງນີ້, ຍັງໄດ້ຈັດເວທີສົນທະນາຮ່ວມກັນ ຊຶ່ງມີ 4 ຫົວຂໍ້ສຳຄັນເປັນຕົ້ນຫົວຂໍ້ທີ 1) ເສີມຂະຫຍາຍການຫັນປ່ຽນຈາກການສຶກສາເດັກກ່ອນໄວຮຽນໄປສູ່ຊັ້ນປະຖົມສຶກສາ; ຫົວຂໍ້ທີ 2)ຄູສອນ-ຜູ້ດູແລເດັກ ແລະ ພໍ່ແມ່ຜູ້ປົກຄອງ;ຫົວຂໍ້ທີ 3) ການເງິນຂອງການດູແລ ແລະ ການສຶກສາເດັກກ່ອນໄວຮຽນ; ຫົວຂໍ້ທີ 4) ການດູແລ ແລະ ການສຶກສາເດັກກ່ອນໄວຮຽນ ແລະ ການປ່ຽນແປງຂອງດິນຟ້າອາກາດ. ພ້ອມນັ້ນ, ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມເວທີສົນທະນາໄດ້ແລກປ່ຽນຄໍາຄິດເຫັນ, ປຶກສາຫາລື ແລະ ຖາມ-ຕອບຕື່ມອີກ.     
 (ຂ່າວ-ພາບ: ວັນເພັງ)