ໂດຍ: ສ.ບຸດປະຊາ
    ຜະລິດຕະພັນຫັດຖະກຳຈັກສານຫວາຍ-ໄມ້ປ່ອງຂອງກຸ່ມຫັດຖະກຳຈັກສານບ້ານນາຍາງ ເມືອງໂພນໂຮງ ແຂວງວຽງຈັນ ມີຫຼາກຫຼາຍຊະນິດ ແລະ ຫຼາຍລຸ້ນ ທີ່ກຳລັງໄດ້ຮັບຄວາມນິຍົມ ຈາກສັງຄົມໂດຍຫັດຖະກຳຈັກສານເປັນສິນຄ້າ ໄດ້ກາຍເປັນອີກໜຶ່ງຊ່ອງທາງຂອງການສ້າງລາຍຮັບໄດ້ດີພໍສົມຄວນໃຫ້ແກ່ສະມາຊິກໂດຍລວມຂອງກຸ່ມ ຊ່ວຍໃຫ້ຄອບຄົວມີຊີວິດການເປັນຢູ່ທີ່ດີຂຶ້ນ, ມີຢູ່ມີກິນ.
    ເມື່ອເດືອນເມສາຜ່ານມາ, ຜູ້ຂຽນ ມີໂອກາດໄປເຄື່ອນໄຫວວຽກງານຢູ່ແຂວງວຽງຈັນ ແລະ ໄດ້ໄປຢ້ຽມຢາມກຸ່ມຫັດຖະກຳຈັກສານ ຫວາຍ - ໄມ້ປ່ອງ ບ້ານນາຍາງ ຊຶ່ງ ທ່ານ ນາງ ໝັ້ນ ເພັດອາພອນ ຮອງຫົວໜ້າກຸ່ມໄດ້ໃຫ້ສຳພາດວ່າ: ກຸ່ມຫັດຖະກຳຈັກສານນີ້, ເປັນກຸ່ມທີ່ມີຊື່ສຽງຂອງເມືອງໂພນໂຮງ ມີແມ່ຄ້າຊາວຂາຍມາສັ່ງຈອງຜະລິດຕະພັນ ເພື່ອນໍາໄປຂາຍຢູ່ທັງພາຍໃນແຂວງ, ສົ່ງໄປຂາຍຢູ່ຕະຫຼາດຂົວດິນ; ພ້ອມນີ້, ກໍມີແມ່ຄ້າປະເທດເພື່ອນບ້ານ ທີ່ມາສັ່ງຈອງຜະລິດຕະພັນນໍາອີກ ຊຶ່ງໄດ້ສ້າງລາຍຮັບທີ່ດີແກ່ສະມາຊິກຂອງກຸ່ມ, ປັດຈຸບັນມີສະມາຊິກ 50 ກວ່າຄົນ.
    ກຸ່ມຫັດຖະກຳຈັກສານ ຫວາຍ - ໄມ້ປ່ອງ ບ້ານນາຍາງ ໄດ້ສ້າງຕັ້ງຂຶ້ນເມື່ອປີ 2004, ເບື້ອງຕົ້ນມີສະມາຊິກ 24 ຄົນ ຊຶ່ງໄດ້ມີການສືບທອດສີໄມ້ລາຍມີການຈັກສານແບບດັ່ງເດີມ ແລະ ໄດ້ຮັບການຝຶກອົບຮົມເພີ່ມຕື່ມເພື່ອໃຫ້ມີຮູບແບບການຜະລິດ ທີ່ມີການປະຍຸກຕາມຍຸກສະໄໝ, ມີຮູບແບບຂອງຜະລິດຕະພັນຫຼາກຫຼາຍ ທີ່ເຮັດຈາກຫວາຍ -ໄມ້ປ່ອງ (ໄມ້ເຮ້ຍ, ໄມ້ພາງ ແລະ ໄມ້ແຮ້) ເປັນຕົ້ນຄື: ກ່ອງເຂົ້າ ທີ່ມີຫຼາຍຂະໜາດແຕ່ນ້ອຍຫາໃຫຍ່ ມີຫຼາຍລາຄາ ນັບແຕ່ 35.000 – 50.000 ກີບ ແລະ 150.000 – 200.000 ກີບ; ພ້ອມນີ້, ກໍຍັງມີຜະລິດຕະພັນຈັກສານກະຕ່າຂັນໝາກ, ຂັນ ແລະ ອື່ນໆ ຊຶ່ງຜະລິດຕະພັນເຫຼົ່ານັ້ນມີຫຼາຍລາຍເຊັນ ລາຍໂຕຊ້າງ, ລາຍໝາກນັດ, ລາຍດອກແວ່ນ... ໂດຍໃນແຕ່ລະເດືອນໄດ້ເຮັດໃຫ້ສະມາຊິກມີລາຍຮັບດີພໍສົມຄວນ. ການສັ່ງຈອງຜະລິດຕະພັນປັດຈຸບັນ, ກໍມີແມ້ຄ້າທີ່ມາວາງເງິນໃຫ້ກ່ອນຈໍານວນໜຶ່ງ ເພື່ອເປັນທຶນໃນການຊື້ວັດຖຸດິບ.
    ເຖິງຢ່າງໃດກໍຕາມ, ຊ່ອງທາງການສ້າງລາຍຮັບດ້ວຍການຈັກສານ ຂອງກຸ່ມຫັດຖະກຳຈັກສານບ້ານນາຍາງກໍຍັງມີສິ່ງທ້າທາຍ ໂດຍສະເພາະໃນສະພາບການປັດຈຸບັນ ເນື່ອງຈາກການຜະລິດຜະລິດຕະພັນຫັດຖະກຳຂອງກຸ່ມ ຍັງອາໄສພຽງແຕ່ວັດຖຸດິບຈາກທໍາມະຊາດ ຍັງບໍ່ທັນໄດ້ມີການປູກໄມ້ປ່ອງ ແລະ ຫວາຍ ເພື່ອໄວ້ສະໜອງແກ່ການຜະລິດ ຊຶ່ງກຸ່ມດັ່ງກ່າວກໍໃຫ້ເຫດຜົນວ່າ:ໄດ້ທົດລອງປູກແລ້ວ ແຕ່ກໍບໍ່ໄດ້ໄມ້ ແລະ ຫວາຍງາມຄືເກີດຈາກທຳມະຊາດ; ອີກດ້ານໜຶ່ງ, ລາຄາວັດຖຸດິບ ນັບມື້ສູງຂຶ້ນ ເນື່ອງຈາກວັດຖຸດິບນັບມື້ຫາຍາກຕ້ອງໄດ້ໄປຫາຢູ່ເຂດພູຜາປ່າດົງທີ່ຢູ່ຫ່າງໄກ.
    ສະນັ້ນ, ເຫັນໄດ້ວ່າການສ້າງລາຍຮັບຈາກການຜະລິດ ຜະລິດຕະພັນຫັດຖະກຳ ຂອງກຸ່ມຫັດຖະກຳຈັກສານບ້ານນາຍາງ ເມືອງໂພນໂຮງ ແຂວງວຽງຈັນ ແມ່ນສາມາດສ້າງລາຍຮັບໃຫ້ສະມາຊິກຂອງກຸ່ມ ກໍຄືປະຊາຊົນບ້ານນາຍາງ ຈໍານວນໜຶ່ງ ໄດ້ມີຊ່ອງທາງສ້າງລາຍຮັບ ເຮັດໃຫ້ຊີວິດການເປັນຢູ່ທີ່ດີຂຶ້ນ; ແຕ່ທ່າມກາງສະພາບການປັດຈຸບັນ, ໂດຍສະເພາະບັນຫາວັດຖຸດິບ ຈຶ່ງຍັງມີຄວາມຈໍາເປັນຕ້ອງໄດ້ຮັບການຊຸກຍູ້ຈາກພາກສ່ວນກ່ຽວຂ້ອງ ໂດຍສະເພາະການລະດົມແນວຄິດ-ການເມືອງ, ສ້າງຈິນຕະນາການໃໝ່ ໃນການຫັນປ່ຽນເພື່ອຊອກທາງອອກໃນການປູກໄມ້ ເພື່ອເປັນວັດຖຸດິບ ແລະ ຊ່ວຍດ້ານເຕັກນິກກະສິກຳ, ການເບິ່ງແຍງຮັກສາ ຮັບປະກັນໃຫ້ມີວັດຖຸດິບສະໜອງການຜະລິດໃນຕໍ່ໜ້າ ເພື່ອໃຫ້ຫັດຖະກຳຈັກສານແບບດັ່ງເດີມ, ແບບປະຍຸກ ໄດ້ຮັບການສືບທອດຈາກຮຸ່ນສູ່ຮຸ່ນແລະ ເປັນຊ່ອງທາງສ້າງລາຍຮັບທີ່ມີລັກສະນະຍືນຍົງຂຶ້ນກວ່າເກົ່າ.