ແຂວງບໍລິຄຳໄຊ ໄດ້ເອົາໃຈໃສ່ສ້າງຄວາມຫຼາກຫຼາຍທາງດ້ານເສດຖະກິດເພື່ອຄວາມເຂັ້ມແຂງ ແລະ ໝັ້ນທ່ຽງເພື່ອຫຼຸດຜ່ອນຄວາມບອບບາງດ້ານເສດຖະກິດ ໂດຍສະເພາະຜົນກະທົບທີ່ມາຈາກການປ່ຽນແປງຂອງສະພາບ
ແວດລ້ອມພາຍໃນ ແລະ ພາຍນອກ; ພວກເຮົາສຸມໃສ່ການຜະລິດກະສິກຳ ແລະ ອາຫານສະອາດ ເບິ່ງແລ້ວ
ແຂວງບໍລິຄຳໄຊພວກເຮົາມີທ່າແຮງຫຼາຍພໍສົມຄວນ ໂດຍສະເພາະທີ່ຕັ້ງພູມສັນຖານ ແລະ ສະພາບແວດລ້ອມທີ່
ສະອາດ ເປັນຕົ້ນຜະລິດພືດຜັກ ແລະ ໝາກໄມ້ປອດສານພິດ ຊຶ່ງຍັງມີໂອກາດສູງໃນການແຂ່ງຂັນ; ແຕ່ສິ່ງທ້າທາຍ
ແມ່ນການຄຸ້ມຄອງນໍາໃຊ້ສານເຄມີ ຫຼືການປູກຝັງທີ່ທໍາລາຍສິ່ງແວດລ້ອມ.
    ໃນໄລຍະຜ່ານມາ ກະສິກຳມີການຂະຫຍາຍຕົວ ຍ້ອນການຂະຫຍາຍເນື້ອທີ່ປູກຝັງ ແຕ່ບໍ່ແມ່ນການເພີ່ມຂຶ້ນຂອງສະມັດຖະພາບການຜະລິດ ຫຼືຕົ້ນທຶນການຜະລິດຕໍ່າ, ຂໍ້ຈໍາກັດ ແລະ ຂໍ້ຫຍຸ້ງຍາກຫຼາຍຢ່າງເຮັດໃຫ້ການຜະລິດຂະແໜງກະສິກຳມີກຳໄລໜ້ອຍ, ຄວາມອຸດົມສົມບູນຂອງດິນປູກຝັງທີ່ຫຼຸດລົງ, ຄວາມຈໍາກັດໃນການເຂົ້າເຖິງຊົນລະປະທານ, ການນຳໃຊ້ເຕັກນິກວິທະຍາສາດ ແລະ ບັນຫາການຈັດສັນ-ຄຸ້ມຄອງທີ່ດິນທຳການຜະລິດ.
    ເພື່ອສ້າງຄວາມເຂັ້ມແຂງທາງດ້ານພື້ນຖານເສດຖະກິດ ແຂວງບໍລິຄຳໄຊໄດ້ເລັ່ງໃສ່ຊຸກຍູ້ບັນດາຈຸນລະວິສາຫະກິດ, ທຸລະກິດຂະໜາດນ້ອຍ, ກາງ (MSMEs) ໃຫ້ເຂົ້າເຖິງແຫຼ່ງທຶນ ແລະ ສົ່ງເສີມຜູ້ຜະລິດໃຫ້ເຂົ້າເຖິງຕະຫຼາດຢ່າງກວ້າງຂວາງ ເພື່ອຮັບປະກັນການເຕີບໂຕທີ່ຍືນຍົງ, ຮັບປະກັນສະຖຽນລະພາບດ້ານລາຄາ, ອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະເງິນສະສົມ (Savings) ເພື່ອເປັນແຫຼ່ງທຶນໃນການພັດທະນາ; ລັດຖະບານໄດ້ສົ່ງເສີມການບໍລິໂພກພາກເອກະຊົນຢ່າງມີຄວາມຮັບຜິດຊອບ ຄຽງຄູ່ກັບການສົ່ງເສີມການລົງທຶນພາກເອກະຊົນໃນຂະແໜງກະສິກຳ, ອຸດສະຫະກຳປຸງແຕ່ງ ແລະ ການບໍລິການ ເພື່ອຂັບເຄື່ອນການເຕີບໂຕເສດຖະກິດ ແລະ ເພີ່ມທະວີການສົ່ງອອກ ດ້ວຍການປັບປຸງຄຸນນະພາບ ແລະ ຄວາມສາມາດແຂ່ງຂັນຂອງຜະລິດຕະພັນທີ່ເປັນທ່າແຮງ ແລະ ເອກະລັກ ພ້ອມທັງຂະຫຍາຍຄູ່ຮ່ວມມືດ້ານການຄ້າ ເພື່ອຂະຫຍາຍຕະຫຼາດສົ່ງອອກ, ຄົ້ນຄວ້າທ່າແຮງບົ່ມຊ້ອນຂອງສະມັດຖະພາບການຜະລິດດ້ວຍການສ້າງຄວາມເຂັ້ມແຂງການບໍລິການພາກລັດ ແລະ ປັບປຸງລະບຽບນິຕິກຳທີ່ສຳຄັນ ແລະ ຈຳເປັນ; ສົ່ງເສີມການຄົ້ນຄວ້າວິໄຈຢ່າງເປັນລະບົບ ໂດຍສະເພາະສຶກສາການສ້າງຄວາມຊໍານິຊໍານານໃນແຕ່ລະຂົງເຂດການຜະລິດຄຽງຄູ່ກັບການປະເມີນຜົນ ການຈັດຕັ້ງປະຕິບັດຕົວຈິງຂອງຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການ.
    ດ້ານງົບປະມານແຫ່ງລັດສູ້ຊົນການເກັບລາຍຮັບ: 5 ປີຄາດວ່າຈະບັນລຸ 3.460 ຕື້ກີບ, ຮັບປະກັນການຂາດດຸນງົບປະມານໃນແຕ່ລະປີໃຫ້ຢູ່ໃນລະດັບບໍ່ເກີນ 5% ຂອງ GPP. ໃນນັ້ນ; ຮັບຈາກອາກອນ (ອາກອນປົກກະຕິ, ສັບຊິນ, ທີ່ດິນ) 829ຕື້ກີບ, ພາສີ 2.630 ຕື້ກີບ; ເພີ່ມປະສິດທິພາບການຈັດເກັບລາຍຮັບ ໂດຍສົ່ງເສີມການຊຳລະຜ່ານທະນາຄານ, ສູ້ຊົນລະດົມແຫຼ່ງທຶນເພື່ອການພັດທະນາໃນ 5 ປີ ໃຫ້ກວມປະມານ 20% ຂອງ GPP, ໃນນັ້ນ
ໄດ້ເລືອກເຟັ້ນໂຄງການລົງທຶນທີ່ມີປະສິດທິພາບ ປະສິດທິຜົນທາງດ້ານເສດຖະກິດ-ສັງຄົມ, ຈຳກັດລາຍຈ່າຍງົບປະມານດ້ານການບໍລິຫານ ເນັ້ນໃສ່ແຕ່ລາຍຈ່າຍທີ່ຈໍາເປັນເທົ່ານັ້ນ ແລະໄປໃສ່ການລົງທຶນໃຫ້ມີປະສິດທິຜົນສູງ.
ຂ່າວ: ພູວັນ