ກອງປະຊຸມປຶກສາຫາລືກຽມຄວາມພ້ອມເປີດຂະບວນການສັກວັກຊິນປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍໃຫ້ເດັກອາຍຸຕໍ່າກວ່າ 5 ປີພາຍໃນເມືອງດາກຈຶງແຂວງເຊກອງ ຈັດຂຶ້ນໃນວັນທີ 14 ພຶດສະພາ 2024 ທີ່ຫ້ອງການສາທາລະນະສຸກເມືອງ ໂດຍການເປັນປະທານຂອງທ່ານ ຄໍາເພັດ ສອນຈະເລີນ ຮອງເຈົ້າເມືອງດາກຈຶງ; ມີຄະນະກໍາມາທິການແມ່ ແລະ ເດັກຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານ ແລະ ການປະກອບຄໍາຄິດຄໍາເຫັນ ລະຫວ່າງ ຄະນະກຳມາທິການແມ່ ແລະ ເດັກຂັ້ນແຂວງ ກັບຄະນະກໍາມາທິການແມ່ ແລະ ເດັກຂັ້ນເມືອງ ກ່ຽວກັບການກະກຽມຄວາມພ້ອມດ້ານຕ່າງໆ ລວມເຖິງການເກັບກໍາ ແລະ ການໂຄສະນາໃຫ້ອົງການປົກຄອງບ້ານ ກໍຄື ປະຊາຊົນບັນດາເຜົ່າ ເພື່ອໃຫ້ເຂົາເຈົ້າມີຄວາມຮັບຮູ້ເຂົ້າໃຈ, ເຂົ້າຮ່ວມ ແລະ ໃຫ້ການຮ່ວມໄມ້ຮ່ວມມື, ຕື່ນຕົວນຳພາລູກ-ຫຼານຂອງຕົນອາຍຸຕໍ່າກວ່າ 5 ປີ ມາຮັບການສັກຢາວັກຊິນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ຕາມສະຖານທີ່ບໍລິການສາທາລະນະສຸກໃນທົ່ວເມືອງ. ທັງນີ້ ກໍ່ເພື່ອເປັນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວ.
ທ່ານ ນາງ ວິມາລາ ດວງກັນຍາ ວິຊາການສົ່ງເສີມສຸຂະພາບເພື່ອແມ່ ແລະ ເດັກ ພະແນກສາທາລະນະສຸກແຂວງ ໃຫ້ຮູ້ວ່າ: ຂະບວນການສັກວັກຊິນປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ຈະເລີ່ມປະຕິບັດຢ່າງເປັນທາງການ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ໃນລະຫວ່າງ ວັນທີ 20-30 ພຶດສະພາ 2024. ວັກຊິນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ແມ່ນສາມາດສັກໄດ້ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ ແລະ ວັກຊິນດັ່ງກ່າວ ແມ່ນໄດ້ຖືກຮັບຮອງໂດຍອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ ແລະ ໄດ້ຮັບການຢັ້ງຢືນວ່າ ປອດໄພ ແລະ ມີປະສິດທິພາບສູງ.ຂ່າວ-ພາບ: ແວວຕາ