ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ພຶດສະພາ ຜ່ານມາ, ອົງການເຕັກໂນໂລຊີຂອງລັດຖະບານສິງກະໂປ ເປີດເຜີຍວ່າ: ສິງກະໂປ ຈະລົງທຶນເພື່ອປັບປຸງໂຄງສ້າງພື້ນຖານດີຈີຕອນ ຈຳນວນ 2,1ຕື້ໂດລາສິງກະໂປໃນປີງົບປະມານີ້ ໂດຍເພີ່ມຂຶ້ນ 60% ຈາກປີງົບປະມານຜ່ານມາ.
ຂ່າວລະບຸວ່າ: ອົງການດັ່ງກ່າວໃຫ້ຄຳໝັ້ນສັນຍາວ່າຈະປັບປຸງໂຄງສ້າງພື້ນຖານທີ່ມີຢູ່ໃໝ່ ເພື່ອຫຼຸດຄວາມສັບຊ້ອນ ແລະ ປັບປຸງລະບົບເກົ່າໃຫ້ທັນສະໄໝ ເພື່ອປ້ອງກັນໄພຂົ່ມຂູ່ ແລະ ຄວາມປອດໄພທາງໄຊເບີ ທີ່ມີການພັດທະນາ.
ລັດຖະບານສິງກະໂປ ເລັງເຫັນຄວາມສຳຄັນໃນການເສີມສ້າງພູມຄຸ້ມກັນຂອງໂຄງສ້າງພື້ນຖານດີຈີຕອນ ເພື່ອຫຼຸດຜົນກະທົບທີ່ອາດເກີດຂຶ້ນ ແລະ ຮັກສາຄວາມໄວ້ວາງໃຈຂອງສາທາລະນະ.