ໃນລະຫວ່າງວັນທີ 14-15 ພຶດສະພານີ້ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສະຫວັນນະເຂດ ໄດ້ມີກອງປະຊຸມຝຶກອົບຮົມວຽກງານຄຸ້ມຄອງແຜນການລົງທຶນຂອງລັດຂອງສະພາແຫ່ງຊາດໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະນຳຂອງສະພາປະຊາຊົນຂັ້ນແຂວງ 9 ແຂວງພາກກາງ ແລະ ພາກໃຕ້ ຄື: ນະຄອນຫຼວງວຽງຈັນ,ແຂວງວຽງຈັນ, ບໍລິຄຳໄຊ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື ແລະ ແຂວງໄຊສົມບູນໂດຍການເປັນປະທານຮ່ວມຂອງທ່ານ ສິງຄຳ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ ແລະ ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງສະຫວັນນະເຂດ; ເຂົ້າຮ່ວມມີບັນດາທ່ານວິທະຍາກອນຈາກກະຊວງແຜນການ ແລະ ການລົງທຶນ ແລະ ຈາກ ສພຊ ພ້ອມດ້ວຍສຳມະນາກອນຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ.
ເພື່ອເປັນການຜັນຂະຫຍາຍບັນດານິຕິກຳທີ່ກ່ຽວຂ້ອງ ເປັນຕົ້ນ: ກົດໝາຍວ່າດ້ວຍການລົງທຶນຂອງລັດ, ຄຳແນະນໍາການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການລົງທຶນຂອງລັດ ໂດຍສະເພາະການສ້າງແຜນການ, ການປະເມີນໂຄງການເຂົ້າແຜນ, ການຄຸ້ມຄອງແຜນການລົງທຶນຂອງລັດ, ການຄົ້ນຄວ້າດັດແກ້ມູນຄ່າໂຄງການ, ການຊຳລະງົບປະມານ ແລະ ວຽກປິ່ນອ້ອມອື່ນໆ ໃຫ້ແກ່ຄະນະນຳສະພາປະຊາຊົນຂັ້ນແຂວງ (ສພຂ) ພາກກາງ, ພາກໃຕ້ ແລະ ໜ່ວຍງານຮັບຜິດຊອບຄຸ້ມຄອງແຜນການລົງທຶນຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ຮັບຮູ້, ເຂົ້າໃຈ ພ້ອມທັງນຳໄປຈັດຕັ້ງປະຕິບັດເຂົ້າສູ່ວຽກງານຕົວຈິງ; ເພື່ອປຶກສາຫາລືກົນໄກປະສານງານລະຫວ່າງສູນກາງກັບທ້ອງຖິ່ນໃນການຄຸ້ມຄອງແຜນການລົງທຶນຂອງລັດຂອງສະພາແຫ່ງຊາດ (ສພຊ)ທີ່ຕັ້ງຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ໃຫ້ມີຄວາມໂລ່ງລ່ຽນ ແລະ ໃກ້ຊິດຕິດແທດກັນຫຼາຍຂຶ້ນ ທັງເປັນການພົບປະ ແລະ ແລກປ່ຽນບົດຮຽນວຽກງານຄຸ້ມຄອງແຜນການລົງທຶນຂອງລັດຂອງ ສພຊ ລະຫວ່າງສູນກາງກັບທ້ອງຖິ່ນ ໂດຍສະເພາະກົມບໍລິຫານ-ພິທີການ ຊຶ່ງເປັນເສນາທິການໃຫ້ແກ່ຄະນະເລຂາທິການສະພາແຫ່ງຊາດ ກັບ ສະມາຊິກສະພາແຫ່ງຊາດ ແລະ ຄະນະເລຂາທິການ ສພຂ ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການເຄື່ອນໄຫວວຽກງານຄຸ້ມຄອງແຜນການລົງທຶນຂອງລັດຂອງ ສພຊ ນັບມື້ນັບຫຼາຍຂຶ້ນ.
ໃນພິທີເປີດ,ທ່ານ ສິງຄຳ ວົງພະຂັນ ໄດ້ມີຄຳເຫັນເນັ້ນໜັກໃຫ້ຜູ້ເຂົ້າຮ່ວມເອົາໃຈໃສ່ຮັບຟັງ ແລະ ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າແລກປ່ຽນບົດຮຽນຕໍ່ບັນດາເນື້ອໃນ ຢ່າງຟົດຟື້ນ, ສ້າງສັນ, ແລກປ່ຽນບົດຮຽນທິດສະດີ ແລະ ສົມທຽບໃສ່ກັບການປະຕິບັດວຽກງານຕົວຈິງຂອງຕົນ; ນອກຈາກບົດຮຽນແລ້ວ, ຍັງມີການສົນທະນາແລກປ່ຽນປະສົບການຕົວຈິງທີ່ໄດ້ປະສົບພົບພໍ້ມາໂດຍສະເພາະແມ່ນການຄຸ້ມຄອງແຜນການລົງທຶນຂອງລັດຢູ່ສະພາປະຊາຊົນຂັ້ນແຂວງ. ສະນັ້ນ, ຖ້າມີບັນຫາໃດເພີ່ມຕື່ມທີ່ເໝາະສົມ ນອນຢູ່ໃນຂອບເຂດຄວາມຮັບຜິດຊອບ, ສິດ ແລະ ໜ້າທີ່ ກໍສາມາດນຳມາແລກປ່ຽນບົດຮຽນ ແລະ ສະເໜີຕໍ່ການຈັດຕັ້ງ ເພື່ອຮັບປະກັນຄວາມເຂົ້າໃຈຖືກຕ້ອງສອດຄ່ອງກັບນິຕິກໍາວາງອອກ ແລະ ສະພາບຄວາມເປັນຈິງຂອງວຽກງານສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງໃນໄລຍະໃໝ່.
ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງຂັ້ນຕອນການວາງແຜນການລົງທຶນຂອງລັດ,ເຜີຍແຜ່ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການລົງທຶນຂອງລັດ,ວິທີການຄົ້ນຄວ້າຈັດສັນເພດານງົບປະມານລົງທຶນຂອງລັດໃຫ້ບັນດາກະຊວງ-ອົງການລັດທຽບເທົ່າກະຊວງ ທີ່ສອດຄ່ອງກັບແຜນພັດທະນາຂອງແຕ່ລະພາກສ່ວນ ໃນໄລຍະ 5 ປີ ແລະ ປະຈຳປີ;ເຜີຍແຜ່ກົນໄກ-ວິທີການຄຸ້ມຄອງການລົງທຶນຂອງລັດ, ການຕິດຕາມກວດກາ ແລະ ການຢັ້ງຢືນເອກະສານຊຳລະໂຄງການລົງທຶນ, ຄົ້ນຄວ້າການດັດແກ້ມູນຄ່າໂຄງການ,ອວ່າຍທຶນ,ໂຈະແລະ ຍົກເລີກໂຄງການລົງທຶນຂອງລັດ;ຮູບແບບການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ; ເຜີຍແຜ່ຄຳແນະນຳວ່າດ້ວຍການຈັດຕັ້ງປະຕິບັດວຽກງານການປະເມີນຜົນໂຄງການລົງທຶນຂອງລັດ,ຫຼັກວິຊາການຂອງການປະເມີນ,ການປະເມີນໂຄງການສະເໜີໃໝ່,ການປະເມີນຄືນໂຄງການລົງທຶນຂອງລັດໃນກໍລະນີມີການດັດແກ້ ຫຼື ປ່ຽນແປງມູນຄ່າທີ່ມີການປ່ຽນແປງທາງດ້ານໂຄງສ້າງຕາມການຢັ້ງຢືນຂອງຂະແໜງການເຕັກນິກ; ການຕິດຕາມກວດກາການຈັດສັນງົບປະມານການລົງທຶນຂອງລັດ; ຂັ້ນຕອນການລະດົມຂົນຂວາຍແຫຼ່ງທຶນການຊ່ວຍເຫຼືອທາງການເພື່ອການພັດທະນາ ແລະ ສ້າງຄວາມເຂັ້ມແຂງວຽກງານຮ່ວມມືຂັ້ນສູນກາງ, ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ; ວິທີການຄຸ້ມຄອງແຜນການລົງທຶນຂອງລັດ ຂອງຄະນະເລຂາທິການສະພາແຫ່ງຊາດ.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອທາງດ້ານງົບປະມານຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຫຼື ສະເຕັບສ (STEPs) ໂດຍຜ່ານກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອໃຫ້ແກ່ສະພາແຫ່ງຊາດ ສົມທົບກັບງົບປະມານຂອງຄະນະເລຂາ ທິການສະພາແຫ່ງຊາດ.
(ຂ່າວ-ພາບ: ນາງ ອາລິນ ສຸພິມມະປະດິດ)