ລັດວິສາຫະກິດລົດໄຟແຫ່ງຊາດລາວກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບການລົດໄຟແຫ່ງປະເທດໄທ ໄດ້ເປີດທົດລອງແລ່ນລົດໄຟຈາກສະຖານີທ່ານາແລ້ງ ຫາສະຖານີວຽງຈັນຄຳສະຫວາດ ເພື່ອກວດກາດ້ານເຕັກນິກໃນລະຫວ່າງວັນທີ 14-17 ພຶດສະພາ ນີ້ເພື່ອເປັນການກະກຽມຄວາມພ້ອມໃຫ້ແກ່ການເປີດໃຫ້ບໍລິການແຕ່ສະຖານີໜອງຄາຍ ຣາຊະອາຈັກໄທ ຫາສະຖານີວຽງຈັນຄໍາສະຫວາດ ສປປ ລາວ ຢ່າງເປັນທາງການ ໂດຍຈະແລ່ນທົດລອງ 9 ຖ້ຽວຕໍ່ວັນຊຶ່ງເລີ່ມແຕ່ເວລາ 8:30-15:30 ໂມງ.
    ສ່ວນວັນທີ 18-20 ພຶດສະພາ 2024 ແມ່ນຈະທົດລອງແລ່ນຂະບວນລົດໄຟຈາກສະຖານີອຸດອນທານີ-ສະຖານີໜອງຄາຍ-ສະຖານີທ່ານາແລ້ງ ແລະ ສະຖານີວຽງຈັນຄຳສະຫວາດເພື່ອຮັບປະກັນຄວາມພ້ອມຮອບດ້ານໃຫ້ແກ່ມື້ເປີດໃຫ້ບໍລິການ ຊຶ່ງມື້ເປີດໃຫ້ບໍລິການຢ່າງເປັນທາງການພາກສ່ວນກ່ຽວຂ້ອງຈະແຈ້ງໃຫ້ຊາບຕາມພາຍຫຼັງ.
    ທ່ານ ຄອນສະຫວັນ ຄໍາພິວົງ ຫົວໜ້າສະຖານີລົດໄຟທ່ານາແລ້ງ ໄດ້ລາຍງານໃຫ້ຮູ້ໃນວັນທີ 14 ພຶດສະພາຜ່ານມາວ່າ: ມື້ນີ້, ເປັນມື້ທີ່ພວກເຮົາເລີ່ມທົດລອງການແລ່ນລົດໄຟ ຈາກສະຖານີທ່ານາແລ້ງ ຫາ ສະຖານີຄຳສະຫວາດເປັນຄັ້ງທໍາອິດ ທີ່ໃຊ້ຄົນຂັບລົດໄຟຄົນລາວ ໂດຍໄດ້ສະຫຼັບກັນລະຫວ່າງຄົນຂັບຝ່າຍໄທ ແລະ ຝ່າຍລາວ ຊຶ່ງຄົນຂັບລົດໄຟໄທ ມາຈອດຢູ່ສະຖານີທ່ານາແລ້ງ ແລ້ວປ່ຽນໃຫ້ຄົນຂັບຝ່າຍລາວຂັບຕໍ່ໄປສະຖານີວຽງຈັນຄຳສະຫວາດ. ຜ່ານການທົດລອງໃນມື້ນີ້ເຫັນວ່າດຳເນີນໄປດ້ວຍດີທາງດ້ານເຕັກນິກ ແລະ ເສັ້ນທາງບໍ່ມີຫຍັງຂັດຂ້ອງ ແລະ ຈະສືບຕໍ່ທົດລອງແລ່ນໄປຈົນເຖິງວັນທີ 20 ພຶດສະພາ 2024.
ຂ່າວ: ຂປລ