ໃນຫວ່າງວັນທີ 7-10 ພຶດສະພາ ຜ່ານມານີ້ ອົງການກາແດງແຂວງຫຼວງນໍ້າທາ, ນໍາໂດຍທ່ານ ນາງ ຫຼ້າສະໄຫວ ອາດຜາສຸກ ວິຊາການອົງການກາແດງແຂວງຫຼວງນໍ້າທາ , ສົມທົບກັບຫ້ອງການກາແດງເມືອງລອງ ໄດ້ນໍາເອົາເຄື່ອງບັນເທົາທຸກມອບໃຫ້ແກ່ນ້ອງນັກຮຽນຜູ້ຂາດເຂີນໃຫ້ 3 ໂຮງຮຽນ ແລະ ຮັບບໍລິຈາກເລືອດແບບສະໝັກໃຈໃນ 5 ກຸ່ມເປົ້າໝາຍ ຢູ່ທີ່ໂຮງຮຽນມໍປາຍ ຊົນເຜົ່າ, ໂດຍມີທິມງານຫ້ອງການກາແດງເມືອງ, ມີຄະນະອໍານວຍການໂຮງຮຽນ ແລະ ນ້ອງໆນັກຮຽນເຂົ້າຮ່ວມ.
   ເຄື່ອງບັນເທົາທຸກທີ່ນໍາມາມອບໃນຄັ້ງນີ້ມີ ເກີບນັກຮຽນ  126 ຄູ່, ສົ້ງນັກຮຽນ 15 ຜືນ , ຜ້າຫົ່ມ 15 ຜືນ  ແລະ ເສື້ອນັກຮຽນ 15 ຜືນ ລວມມູນຄ່າທັງໝົດ 29.628.000ກີບ,ໃນນີ້ໄດ້ມອບໃຫ້ໂຮງຮຽນ ມໍ ປາຍ ຊົນເຜົ່າ ມູນຄ່າ 18.463.00ກີບ, ໂຮງຮຽນ ມ ສ ໄຊສະຫວ່າງ ມູນຄ່າ 7.714.000 ກີບ ແລະ ໂຮງຮຽນມສ ເມືອງລອງ ມູນຄ່າ 3.451.000 ກີບ, ກ່າວມອບໂດຍທ່ານ ນາງ ຫຼ້າສະໄຫວ ອາດຜາສຸກ ວິຊາການອົງການກາແດງ  ແຂວງຫຼວງນໍ້າທາ ກ່າວຮັບໂດຍອໍານວຍການຈາກ 3 ໂຮງຮຽນດັ່ງກ່າວ.ພ້ອມທັງຮັບບໍລິຈາກເລືອດແບບສະໝັກໃຈ 5 ກຸ່ມເປົ້າໝາຍຄື:  ໂຮງຮຽນ ມ ສ ເມືອງລອງ, ໂຮງຮຽນ ມ ສ ຊຽງກົກ, ໂຮງຮຽນມໍປາຍຊົນເຜົ່າ, ໂຮງຮຽນ ມ ສ ໄຊສະຫວ່າງ ແລະ ບັນດາຫ້ອງການອ້ອມຂ້າງເມືອງ, ມີຜູ້ເຂົ້າຮ່ວມບໍລິຈາກເລືອດຈໍານວນ 235 ຄົນ, ເລືອດທີ່ໄດ້ທັງໝົດຈໍານວນ 33  ຖົງ.
ທັງນີ້ກໍ່ເພື່ອເປັນການຕ້ອນຮັບວັນສ້າງຕັ້ງວັນກາແດງ ແລະ ຊີກວົງເດືອນແດງສາກົນວັນທີ 8 ພຶດສະພາ ຄົບຮອບ 161 ປີ, ພາຍໃຕ້ຫົວຂໍ້: ຮັກສາຫຼັກມະນຸດສະທໍາໃຫ້ຄົງຢູ່ ແລະ ທັງເປັນການບັນເທົາທຸກໃຫ້ແກ່ນ້ອງໆນັກຮຽນຜູ້ຂາດເຂີນ.ຂ່າວ: ເຂັມຄໍາ ຄອນມະນີ