ລັດຖະບານ ແຫ່ງ ສປປ ລາວ, ຕາງໜ້າໂດຍກະຊວງການເງິນໄດ້ລົງນາມເຊັນສັນຍາຮ່ວມມືກັບບໍລິສັດ ພະລັງງານ ບໍລິສຸດ ຈຳກັດ ມະຫາຊົນ (EA) ສ້າງຕັ້ງບໍລິສັດຮ່ວມທຶນ ຊຸບເປີ ໂຮນດິງ (Super Holding) ເພື່ອພັດທະນາ-ລົງທຶນ ໃນຂະແໜງພະລັງງານ.
ພິທີເຊັນສັນຍາໄດ້ມີຂຶ້ນໃນວັນທີ 13 ພຶດສະພາຜ່ານມາທີ່ຫໍປະຊຸມແຫ່ງຊາດ ໂດຍການຮ່ວມລົງນາມຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ກັບ ທ່ານ ສົມໂພດ ອາຫຸໄນປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດ ພະລັງງານ ບໍລິສຸດ ຈຳກັດ ມະຫາຊົນ; ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີລັດຖະມົນຕີການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະບໍລິຫານ, ຄະນະອໍານວຍການ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ການເຊັນສັນຍາຄັ້ງນີ້, ແມ່ນສ້າງຕັ້ງບໍລິສັດຮ່ວມທຶນ ຊຸບເປີ ໂຮນດິງ ເພື່ອບໍລິຫານພະລັງງານໄຟຟ້າ ຈາກພະລັງງານສະອາດແບບລວມສູນ, ທັງເປັນສູນກາງການຈັດຈຳໜ່າຍ ແລະ ບໍລິຫານພະລັງງານສະອາດຢ່າງຄົບວົງຈອນ. ຄຽງຄູ່ກັນນີ້, ຍັງເປັນການສົ່ງເສີມການນຳໃຊ້ຍານຍົນໄຟຟ້າ, ເພີ່ມປະສິດທິພາບໃຫ້ປະເທດໃຫ້ເຕີບໂຕແບບຍືນຍົງ, ຟື້ນຟູທຶນສຳຮອງຕັ້ງເປົ້າໝາຍພາຍໃນ 3 ປີເພີ່ມລາຍຮັບຄ່າໄຟຟ້າ, ຫຼຸດຜ່ອນການນໍາເຂົ້ານໍ້າມັນດິບ, ພັດທະນາໂຄງການເກັບຮັກສາພະລັງງານໄຟຟ້າ, ສະໜອງການແກ້ໄຂ EV, ລົງທຶນໃນພະລັງງານທົດແທນ, ເຂົ້າຮ່ວມການຊຸກຍູ້ເປົ້າໝາຍຍຸດທະສາດແຫ່ງຊາດຂອງ “ໝໍ້ໄຟອາຊີ”.
ສຳລັບການສ້າງຕັ້ງບໍລິສັດຮ່ວມທຶນ ຊຸບເປີ ໂຮນດິງ ເປັນບໍລິສັດທີ່ບໍລິຫານຈັດການພະລັງງານສະອາດ ໃນ ສປປ ລາວ ຢ່າງຄົບວົງຈອນ, ທັງການບໍລິຫານຈັດການຊັບສິນ, ບໍລິຫານການຈຳໜ່າຍພະລັງງານຢູ່ຕ່າງປະເທດ ແລະ ເປັນບໍລິສັດຫຼັກທີ່ຈະໃຊ້ເຂົ້າໃນການລົງທຶນ ໃນທຸລະກິດພະລັງງານສະອາດຂອງປະເທດ ຫຼື ທຸລະກິດອື່ນໆທີ່ກ່ຽວຂ້ອງໃນອະນາຄົດຂອງສປປ ລາວ.
ທ່ານ ສັນຕິພາບ ພົມວິຫານ ໄດ້ມີຄຳເຫັນວ່າ: ການສ້າງຕັ້ງບໍລິສັດຮ່ວມທຶນ ຊຸບເປີ ໂຮນດິງ ແມ່ນການຮ່ວມມືພັດທະນາລະຫວ່າງລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ພະລັງງານ ບໍລິສຸດ ຈຳກັດ ມະຫາຊົນ ໂດຍແມ່ນລັດຖະບານ ແຫ່ງ ສປປ ລາວ ເປັນຜູ້ຖືຫຸ້ນລາຍໃຫຍ່ ແລະ ຍັງເປັນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງລັດຖະບານ ຕໍ່ກັບການຊຸກຍູ້ສົ່ງເສີມການພັດທະນາ ແລະ ການເຕີບໂຕສີຂຽວຂອງປະເທດ.
ນອກນີ້, ບໍລິສັດຮ່ວມທຶນຈະກາຍເປັນເສົາຫຼັກໃນການລະດົມທຶນ, ສົ່ງເສີມໃຫ້ເກີດການລົງທຶນ ແລະ ອຸດສາຫະກໍາໃໝ່, ອັນເປັນການປະກອບສ່ວນສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດໃນໄລຍະຍາວ, ສ້າງ ສປປ ລາວ ເປັນປະເທດທີ່ເຂັ້ມແຂງດ້ວຍຕົນເອງຕາມທິດ “ເສດຖະກິດເອກະລາດ ເປັນເຈົ້າຕົ້ນເອງ ຫຼື ສອຈ”.
ທ່ານ ສົມໂພດ ອາຫຸໄນ ກ່າວວ່າ: ບໍລິສັດ ພະລັງງານ ບໍລິສຸດ ຜູ້ນໍາດ້ານນະວັດຕະກໍາພະລັງງານສະອາດ, ມີຄວາມຊໍານານທັງດ້ານພະລັງງານທົດແທນ, ພະລັງງານໝູນວຽນດ້ານແບດເຕີຣີ ແລະ ຍານຍົນໄຟຟ້າທາງການຄ້າ ແລະ ພ້ອມຈະໃຫ້ການສະໜັບສະໜູນລັດຖະບານ ສປປ ລາວ ແລະ ໜັບສະໜູນເປົ້າໝາຍຍຸດທະສາດແຫ່ງຊາດ ໃນການເປັນໝໍ້ໄຟຂອງອາຊີ ໃຫ້ບັນລຸຕາມລະດັບຄາດໝາຍ.
ໃນພິທີດັ່ງກ່າວ, ຍັງໄດ້ຖະແຫຼງຂ່າວກ່ຽວກັບການຮ່ວມມືພັດທະນາການລົງທຶນ ໃນຂະແໜງພະລັງງານລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ, ຕາງໜ້າໂດຍກະຊວງການເງິນ ກັບບໍລິສັດ ພະລັງງານ ບໍລິສຸດ ຈຳກັດ ມະຫາຊົນ (EA) ນໍາຕື່ມອີກດ້ວຍ.
ຂໍ້ມູນ: ເສດຖະກິດ-ການຄ້າ